Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:1 - ພຣະຄຳພີສັກສິ

1 ພຣະເຢຊູເຈົ້າ​ໄດ້​ກັບ​ມາ​ຈາກ​ແມ່ນໍ້າ​ຈໍແດນ ໂດຍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ພຣະເຢຊູເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ພຣະອົງ​ກັບ​ມາ​ຈາກ​ແມ່ນ້ຳ​ຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້າ​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ,

Uka jalj uñjjattʼäta Copia luraña




ລູກາ 4:1
19 Jak'a apnaqawi uñst'ayäwi  

ພໍ​ຂ້ານ້ອຍ​ຈາກ​ໄປ​ແລ້ວ​ຈະ​ເປັນ​ຢ່າງ​ໃດເດ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ພາ​ທ່ານ​ໜີໄປ​ບ່ອນ​ທີ່​ຄົນ​ບໍ່​ຮູ້ຈັກ? ເມື່ອ​ຂ້ານ້ອຍ​ບອກ​ກະສັດ​ອາຮາບ​ວ່າ​ທ່ານ​ຢູ່​ທີ່ນີ້, ແຕ່​ເພິ່ນ​ບໍ່​ພົບ​ທ່ານ ເພິ່ນ​ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ. ທ່ານ​ຄົງ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ຕັ້ງແຕ່​ນ້ອຍ​ມາ.


ສ່ວນ​ເພິ່ນ​ເອງ​ນັ້ນ​ຍ່າງ​ໄປ​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໝົດມື້. ເພິ່ນ​ຢຸດ​ນັ່ງ​ພັກ​ຢູ່​ໃຕ້​ຮົ່ມ​ໄມ້​ຕົ້ນໜຶ່ງ ແລະ​ຄິດ​ຢາກ​ຈະ​ຕາຍ. ເພິ່ນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ​ເທີ້ນ ເພາະ​ຂ້ານ້ອຍ​ບໍ່ດີ​ໄປກວ່າ​ປູ່ຍ່າຕາຍາຍ​ຂອງ​ຂ້ານ້ອຍ.”


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


ເມື່ອ​ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ​ແລ້ວ ພຣະອົງ​ກໍ​ຂຶ້ນ​ຈາກ​ນໍ້າ ໃນ​ທັນໃດນັ້ນ ຟ້າ​ສະຫວັນ​ກໍ​ໄຂ​ອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ນຳພາ​ຊີເມໂອນ​ເຂົ້າ​ໄປ​ໃນ​ພຣະວິຫານ, ເມື່ອ​ພໍ່​ແມ່​ໄດ້​ນຳ​ເອົາ​ພຣະ​ກຸມມານ​ເຢຊູ​ເຂົ້າ​ໄປ​ໃນ​ພຣະວິຫານ ເພື່ອ​ປະຕິບັດ​ຕາມ​ກົດບັນຍັດ​ໄດ້​ກ່າວ​ໄວ້​ກ່ຽວກັບ​ພຣະ​ກຸມມານ​ນັ້ນ


ດັ່ງນັ້ນ ໂຢຮັນ​ຈຶ່ງ​ໄດ້​ອອກ​ໄປ​ທົ່ວ​ຂົງເຂດ​ແມ່ນໍ້າ​ຈໍແດນ ເທດສະໜາ​ປ່າວ​ປະກາດ​ວ່າ, “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ແລະ​ຮັບ​ບັບຕິສະມາ ແລ້ວ​ພຣະເຈົ້າ​ກໍ​ຈະ​ອະໄພ​ບາບກຳ​ຂອງ​ເຈົ້າ.”


ເກນານ​ເປັນ​ລູກຊາຍ​ຂອງ​ເອໂນດ, ເອໂນດ​ເປັນ​ລູກຊາຍ​ຂອງ​ເຊດ, ເຊດ​ເປັນ​ລູກຊາຍ​ຂອງ​ອາດາມ, ອາດາມ​ເປັນ​ບຸດ​ຂອງ​ພຣະເຈົ້າ.


ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ກັບຄືນ​ມາ​ແຂວງ​ຄາລີເລ ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ຂົງເຂດ​ນັ້ນ.


“ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ ອິດສະຫລະ​ພາບ ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ


ຝ່າຍ​ໂຢຮັນ​ໄດ້​ໃຫ້​ຄຳ​ພະຍານ​ນີ້​ວ່າ, “ເຮົາ​ໄດ້​ເຫັນ​ພຣະວິນຍານ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຈາກ​ທ້ອງຟ້າ ແລະ​ສະຖິດ​ຢູ່​ເທິງ​ທ່ານ.


ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ​ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ.


ຈົນເຖິງ​ວັນ​ທີ່​ພຣະອົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ກ່ອນ​ພຣະອົງ​ຖືກ​ຮັບ​ຂຶ້ນ​ດ້ວຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພຣະອົງ​ໄດ້​ໃຫ້​ຄຳແນະນຳ ແກ່​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ຄື​ພວກ​ອັກຄະສາວົກ​ຂອງ​ພຣະອົງ.


ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.


ເມື່ອ​ທັງສອງ​ຂຶ້ນ​ມາ​ຈາກ​ນໍ້າ​ແລ້ວ ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຮັບ​ເອົາ​ຟີລິບ​ໄປ ສ່ວນ​ຂ້າຣາຊການ​ຄົນ​ນັ້ນ ກໍ​ບໍ່​ເຫັນ​ຟີລິບ​ຕໍ່ໄປ​ອີກ ເພິ່ນ​ຈຶ່ງ​ເດີນທາງ​ເມືອ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka