ລູກາ 3:8 - ພຣະຄຳພີສັກສິ8 ເຫດສະນັ້ນ ຈົ່ງປະພຶດຕົນໃຫ້ສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າເອົາໃຈໃໝ່ ຢ່າຕັ້ງນຶກໃນໃຈ ແລະເວົ້າໃນທ່າມກາງພວກເຈົ້າວ່າ, ‘ເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ.’ ເຮົາບອກພວກເຈົ້າວ່າ, ພຣະເຈົ້າຊົງຣິດສາມາດເອົາກ້ອນຫີນເຫຼົ່ານີ້ ແລະບັນດານໃຫ້ເປັນລູກຫລານຂອງອັບຣາຮາມໄດ້ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ກໍໄດ້. Uka jalj uñjjattʼäta |
ດ້ວຍເຫດນີ້ເອງ, ການທີ່ໄດ້ຮັບມໍຣະດົກນັ້ນ ຈຶ່ງຂຶ້ນຢູ່ກັບຄວາມເຊື່ອ ເພື່ອຈະໄດ້ເປັນຕາມພຣະຄຸນ ເພື່ອພຣະສັນຍານັ້ນຈະເປັນທີ່ວາງໃຈແກ່ຜູ້ສືບເຊື້ອສາຍຂອງເພິ່ນທຸກຄົນ ແລະບໍ່ແມ່ນຜູ້ສືບເຊື້ອສາຍທີ່ຖືກົດບັນຍັດພວກດຽວ, ແຕ່ແກ່ບັນດາຄົນທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມ ຜູ້ເປັນບິດາຂອງພວກເຮົາທັງໝົດ.