Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:7 - ພຣະຄຳພີສັກສິ

7 ປະຊາຊົນ​ຫລວງຫລາຍ​ໄດ້​ອອກ​ມາ​ຫາ​ໂຢຮັນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ໂຢຮັນ​ຈຶ່ງ​ກ່າວ​ກັບ​ປະຊາຊົນ​ທີ່​ມາ​ຮັບ​ບັບຕິສະມາ​ນໍາ​ເພິ່ນ​ວ່າ, “ເຈົ້າ​ພວກ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມ​ໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ?

Uka jalj uñjjattʼäta Copia luraña




ລູກາ 3:7
12 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ແຜນ​ປອງຮ້າຍ​ທີ່​ພວກເຈົ້າ​ໄດ້​ວາງ​ໄວ້ນັ້ນ ເຮັດ​ໃຫ້​ເຖິງ​ຕາຍ​ໄດ້​ດັ່ງ​ໄຂ່​ຂອງ​ງູພິດ. ເມື່ອ​ໄຂ່​ແຕກ ໂຕ​ງູ​ຈະ​ອອກ​ມາ​ໂລດ ແຕ່​ແຜນ​ປອງຮ້າຍ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ດີ​ຫຍັງ​ເລີຍ ເພາະ​ມັນ​ບໍ່ມີ​ປະໂຫຍດ​ດັ່ງ​ເຄື່ອງນຸ່ງ​ທີ່​ເຮັດ​ດ້ວຍ​ໃຍ​ແມງມຸມ


ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ຄວາມດີ​ໄດ້​ແນວ​ໃດ ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ດ້ວຍວ່າ, ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.


ພວກ​ຊາດ​ງູ ແນວ​ງູ​ຮ້າຍ​ເອີຍ ພວກເຈົ້າ​ຈະ​ໜີ​ພົ້ນ​ຈາກ​ໂທດ​ແຫ່ງ​ໄຟ​ນະຣົກ​ໄດ້​ຢ່າງ​ໃດ?


ພວກເຂົາ​ໄດ້​ສາລະພາບ​ບາບກຳ​ຂອງຕົນ ແລະ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.


ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.


ແລະ​ເວົ້າ​ວ່າ, “ລູກ​ຂອງ​ມານຮ້າຍ​ເອີຍ ເຈົ້າ​ຜູ້​ເປັນ​ສັດຕູ​ຂອງ​ບັນດາ​ຄວາມ​ຊອບທຳ ຜູ້​ເຕັມ​ໄປ​ດ້ວຍ​ກົນອຸບາຍ ແລະ​ຄວາມ​ຊົ່ວຮ້າຍ​ທຸກຢ່າງ ເຈົ້າ​ຈະ​ບໍ່​ເຊົາ​ບິດເບືອນ​ຄວາມຈິງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ບໍ?


ແລະ​ຄອງຄອຍ​ຖ້າ​ພຣະບຸດ​ຂອງ​ພຣະອົງ ທີ່​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ທີ່​ຊ່ວຍກູ້​ເອົາ​ພວກເຮົາ ໃຫ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ກຳລັງ​ຈະ​ມາ​ເຖິງ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫຼະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka