6 ມະນຸດທັງປວງຈະໄດ້ເຫັນການ ທີ່ພຣະເຈົ້າຊົງໂຜດໃຫ້ພົ້ນ.”’
6 ແລະ ມະນຸດທຸກຄົນຈະໄດ້ເຫັນຄວາມພົ້ນຂອງພຣະເຈົ້າ’”.
ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍຈະປາກົດແຈ້ງ ທຸກປະຊາຊາດກໍຈະໄດ້ເຫັນພຣະສະຫງ່າຣາສີນັ້ນ ປາກຂອງພຣະເຈົ້າຢາເວເອງໄດ້ກ່າວໄວ້.”
ພຣະອົງກ່າວວ່າ, “ເຮົາມີພາລະກິດ ທີ່ຍິ່ງໃຫຍ່ໃຫ້ເຈົ້າຜູ້ຮັບໃຊ້ຂອງເຮົາເຮັດ. ບໍ່ແມ່ນພຽງແຕ່ໃຫ້ນຳຄວາມຍິ່ງໃຫຍ່ ຂອງຊົນຊາດອິດສະຣາເອນທີ່ລອດຕາຍຄືນມາ, ແຕ່ຈະໃຫ້ເຈົ້າເປັນແສງສະຫວ່າງແກ່ບັນດາປະຊາຊາດທັງຫລາຍ ເພື່ອວ່າເຈົ້າຈະນຳຄວາມລອດພົ້ນຂອງເຮົາໄປເຖິງທີ່ສຸດປາຍແຜ່ນດິນໂລກ.”
ພຣະເຈົ້າຢາເວຈະໃຊ້ຣິດທານຸພາບອັນສັກສິດ ຕໍ່ສາຍຕາປະຊາຊົນຂອງທຸກໆຊົນຊາດ ພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນໄພ ໝົດທັງໂລກຈະໄດ້ເຫັນຄວາມພົ້ນແຫ່ງພຣະເຈົ້າຂອງພວກເຮົາ.
ແລ້ວພຣະອົງກໍໄດ້ສັ່ງພວກເພິ່ນວ່າ, “ເຈົ້າທັງຫລາຍຈົ່ງອອກໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດສະໂລກທັງໝົດ.
ເພາະພຣະເຈົ້າບໍ່ໄດ້ຖືວ່າແຕກຕ່າງກັນ ລະຫວ່າງຄົນຢິວແລະຄົນຕ່າງຊາດ, ອົງພຣະຜູ້ເປັນເຈົ້າຊົງເປັນອົງພຣະຜູ້ເປັນເຈົ້າອົງດຽວຂອງຄົນທັງໝົດ ແລະອວຍພອນຢ່າງບໍຣິບູນແກ່ທຸກຄົນທີ່ຮ້ອງຫາພຣະອົງ.
ແຕ່ເຮົາຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນ ແທ້ຈິງພວກເຂົາໄດ້ຍິນແລ້ວ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ສຽງຂອງພວກເຂົາດັງກ້ອງ ແຜ່ໄປທົ່ວແຜ່ນດິນໂລກ ແລະ ຖ້ອຍຄຳຂອງພວກເຂົາ ກໍເຖິງທີ່ສຸດແຜ່ນດິນໂລກ.”