Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:4 - ພຣະຄຳພີສັກສິ

4 ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ​ປະກາດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ ອົງພຣະ​ຜູ້​ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ໃຫ້​ຊື່​ສຳລັບ​ພຣະອົງ.

Uka jalj uñjjattʼäta Copia luraña




ລູກາ 3:4
12 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ໃຫ້​ປະຊາຊົນ​ຂອງເຮົາ​ກັບ​ມາ​ຫາ​ເຮົາ​ສາ. ຈົ່ງ​ຍົກຍ້າຍ​ສິ່ງ​ທີ່​ກີດຂວາງ​ທຸກຢ່າງ​ຈາກ​ທາງ​ຂອງ​ພວກເຂົາ ຈົ່ງ​ສ້າງ​ຖະໜົນ​ແລະ​ຕຽມ​ຫົນທາງ​ໃຫ້​ພ້ອມ​ເຖີດ.


ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ອອກ​ໄປ​ຈາກ​ນະຄອນ ແລະ​ສ້າງ​ທາງ​ສຳລັບ​ປະຊາຊົນ​ທີ່​ກຳລັງ​ກັບ​ມາ​ນັ້ນ. ຈົ່ງ​ຕຽມ​ທາງ​ຫລວງ​ໄວ້ ແລະ​ເກັບ​ຫີນ​ອອກ​ໃຫ້​ໝົດ ເຮັດ​ເຄື່ອງໝາຍ​ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ໄດ້​ຮູ້


ລາວ​ຈະ​ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ; ບໍ່​ດັ່ງນັ້ນ ເຮົາ​ຈະ​ມາ ແລະ​ທຳລາຍ​ປະເທດ​ຂອງ​ພວກເຈົ້າ.”


ແມ່ນ​ໂຢຮັນ​ຄົນ​ນີ້​ແຫຼະ ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ເຖິງ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ.”’


“ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ​ປະກາດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ ອົງພຣະ​ຜູ້​ເປັນເຈົ້າ, ຄື​ເຮັດ​ທາງ​ໃຫ້​ຊື່​ສຳລັບ​ພຣະອົງ ຈະ​ເດີນ​ໄປ.”’


ໂຢຮັນ​ຈຶ່ງ​ຕອບ​ວ່າ, “ຝ່າຍ​ເຮົາ​ເປັນ​ສຽງ​ຂອງ​ຜູ້​ທີ່​ຮ້ອງ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ຈົ່ງ​ເຮັດ​ຫົນທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຊື່​ໄປ ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້.”


ເພິ່ນ​ໄດ້​ມາ​ເພື່ອ​ເປັນ​ພະຍານ​ເຖິງ​ຄວາມ​ສະຫວ່າງ ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຍ້ອນ​ຖ້ອຍຄຳ​ທີ່​ເພິ່ນ​ກ່າວ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka