Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ໂຢຮັນ​ຈຶ່ງ​ໄດ້​ອອກ​ໄປ​ທົ່ວ​ຂົງເຂດ​ແມ່ນໍ້າ​ຈໍແດນ ເທດສະໜາ​ປ່າວ​ປະກາດ​ວ່າ, “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ແລະ​ຮັບ​ບັບຕິສະມາ ແລ້ວ​ພຣະເຈົ້າ​ກໍ​ຈະ​ອະໄພ​ບາບກຳ​ຂອງ​ເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເພິ່ນ​ໄດ້​ອອກ​ໄປ​ທົ່ວ​ຂົງເຂດ​ແມ່ນ້ຳ​ຈໍແດນ, ໄດ້​ເທດສະໜາ​ເລື່ອງ​ການ​ຮັບ​ບັບຕິສະມາ​ທີ່​ສະແດງ​ເຖິງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ຮັບ​ການ​ອະໄພ​ບາບ.

Uka jalj uñjjattʼäta Copia luraña




ລູກາ 3:3
12 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ໝາຍເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ​ກໍ​ມີ​ຣິດ​ກວ່າ​ຂ້າພະເຈົ້າ​ອີກ ຊຶ່ງ​ຂ້າພະເຈົ້າ​ບໍ່​ສົມຄວນ​ຈະ​ຈັບ​ແມ່ນແຕ່​ເກີບ​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ແລະ​ດ້ວຍ​ໄຟ


ເພິ່ນ​ຈະ​ນຳ​ຊາວ​ອິດສະຣາເອນ​ຢ່າງ​ຫລວງຫລາຍ ກັບຄືນ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຂົາ.


ເພື່ອ​ຈະ​ໃຫ້​ພົນລະເມືອງ​ຂອງ​ພຣະອົງ​ ຮູ້​ເຖິງ​ຄວາມ​ພົ້ນ ໂດຍ​ການ​ຊົງ​ໂຜດ​ຍົກ​ບາບກຳ​ ຂອງ​ພວກເຂົາ


ພຣະເຢຊູເຈົ້າ​ໄດ້​ກັບ​ມາ​ຈາກ​ແມ່ນໍ້າ​ຈໍແດນ ໂດຍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ເຫດການ​ເຫຼົ່ານີ້​ໄດ້​ເກີດຂຶ້ນ​ທີ່​ບ້ານ​ເບັດທານີ ຟາກ​ແມ່ນໍ້າ​ຈໍແດນ​ທາງທິດ​ຕາເວັນອອກ ບ່ອນ​ທີ່​ໂຢຮັນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ​ຢູ່.


ສິດ​ເຫຼົ່ານັ້ນ ຈຶ່ງ​ໄປ​ບອກ​ໂຢຮັນ​ວ່າ, “ພຣະອາຈານ​ເອີຍ ທ່ານ​ຈື່​ຄົນ​ທີ່​ເຄີຍ​ຢູ່​ກັບ​ທ່ານ ທາງດ້ານ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ຜູ້​ທີ່​ທ່ານ​ເວົ້າ​ເຖິງ​ນັ້ນ​ຫລື​ບໍ່? ດຽວ​ນີ້​ເພິ່ນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ ແລະ​ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ.”


ກ່ອນ​ພຣະເຢຊູເຈົ້າ​ສະເດັດ​ມາ ໂຢຮັນ​ໄດ້​ປະກາດ​ຕໍ່​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ແລ້ວ ກ່ຽວກັບ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ.


ໂປໂລ​ຈຶ່ງ​ບອກ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ແມ່ນ​ສຳລັບ​ຄົນ​ທີ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ເພິ່ນ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ ໃຫ້​ເຊື່ອ​ໃນ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ ຄື​ເຊື່ອ​ໃນ​ພຣະເຢຊູເຈົ້າ.”


ບັດນີ້ ເຈົ້າ​ລໍຊ້າ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ​ຮັບ​ບັບຕິສະມາ ແລະ​ຊຳລະ​ບາບກຳ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ​ສາ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka