Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:23 - ພຣະຄຳພີສັກສິ

23 ເມື່ອ​ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ ຄົນ​ທັງຫລາຍ​ຄິດ​ວ່າ ພຣະເຢຊູເຈົ້າ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ໂຢເຊັບ​ເປັນ​ລູກຊາຍ​ຂອງ​ເຮລີ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ບັດນີ້ ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ. ຄົນ​ທັງຫລາຍ​ຄິດ​ວ່າ​ພຣະອົງ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ຜູ້​ເປັນ​ລູກຊາຍ​ຂອງ​ເຮລີ,

Uka jalj uñjjattʼäta Copia luraña




ລູກາ 3:23
20 Jak'a apnaqawi uñst'ayäwi  

ເວລາ​ທີ່​ເຈົ້າ​ດາວິດ​ຂຶ້ນ​ເປັນ​ກະສັດ​ນັ້ນ ເພິ່ນ​ມີ​ອາຍຸ​ສາມສິບ​ປີ ແລະ​ໄດ້​ປົກຄອງ​ຢູ່​ເປັນ​ເວລາ​ສີ່ສິບ​ປີ.


ເພິ່ນ​ໄດ້​ຈົດ​ຊື່​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ຕັ້ງແຕ່ 30 ປີ​ຫາ 50 ປີ ຄື: ພວກ​ທີ່​ມີ​ຄຸນສົມບັດ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ຕໍ່​ໄປ​ນີ້ ແມ່ນ​ລາຍຊື່​ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ. 2-6(ກ) ແຕ່​ອັບຣາຮາມ​ເຖິງ​ກະສັດ​ດາວິດ​ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ​ຂອງ​ຕົນ, ຕໍ່ມາ ແມ່ນ​ເປເຣັດ ແລະ ເຊຣາ (ແມ່​ຂອງ​ພວກ​ເຂົາ​ຊື່​ວ່າ​ຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ), ໂອເບັດ (ແມ່​ຂອງ​ລາວ​ຊື່​ວ່າ ຣຸດ), ເຢຊີ ແລະ ກະສັດ​ດາວິດ. 6(ຂ)-11 ແຕ່​ດາວິດ​ເຖິງ​ສະໄໝ​ທີ່​ປະຊາຊົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ນະຄອນ​ບາບີໂລນ ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ດາວິດ, ໂຊໂລໂມນ (ແມ່​ຂອງ​ລາວ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ.


ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ຊ່າງ​ໄມ້​ນັ້ນ​ບໍ? ມາຣີ​ເປັນ​ແມ່​ຂອງ​ລາວ​ບໍ່ແມ່ນ​ບໍ? ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ​ເປັນ​ນ້ອງຊາຍ​ຂອງ​ລາວ​ບໍ່ແມ່ນ​ບໍ?


ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ປ່າວ​ປະກາດ​ວ່າ, “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພາະວ່າ​ຣາຊອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ.”


ລາວ​ບໍ່ແມ່ນ​ຊ່າງໄມ້​ລູກຊາຍ​ຂອງ​ມາຣີ ແລະ​ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ນັ້ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ?” ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ.


ຝ່າຍ​ພໍ່​ແມ່​ກໍ​ປະຫລາດ​ໃຈ​ເມື່ອ​ໄດ້​ເຫັນ ແລະ​ແມ່​ຈຶ່ງ​ຖາມ​ວ່າ, “ລູກ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້​ກັບ​ພວກເຮົາ? ພໍ່​ກັບ​ແມ່​ເລາະ​ຊອກ​ຫາ​ເຈົ້າ​ດ້ວຍ​ຄວາມ​ກັງວົນ​ໃຈ​ທີ່ສຸດ.”


ເອລີອາກິມ​ເປັນ​ລູກຊາຍ​ຂອງ​ເມເລອາ, ເມເລອາ​ເປັນ​ລູກຊາຍ​ຂອງ​ເມັນນາ, ເມັນນາ​ເປັນ​ລູກຊາຍ​ຂອງ​ມັດຕາທາ, ມັດຕາທາ​ເປັນ​ລູກຊາຍ​ຂອງ​ນາທານ, ນາທານ​ເປັນ​ລູກຊາຍ​ຂອງ​ດາວິດ,


ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”


ຟີລິບ​ໄດ້​ໄປ​ຫາ​ນະທານາເອັນ ແລະ​ບອກ​ລາວ​ວ່າ, “ຂ້ອຍ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ເລື່ອງ​ຂອງ​ເພິ່ນ ໃນ​ໜັງສື​ກົດບັນຍັດ​ແລ້ວ ແລະ​ທັງ​ພວກ​ຜູ້ທຳນວາຍ​ກໍໄດ້​ຂຽນ​ໄວ້​ເໝືອນກັນ ເພິ່ນ​ແມ່ນ​ເຢຊູ ລູກ​ຂອງ​ໂຢເຊັບ​ໄທ​ນາຊາເຣັດ.”


ພວກເຂົາ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ​ບໍ່ແມ່ນ​ບໍ? ພວກເຮົາ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ​ດີ ດ້ວຍເຫດໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ, ‘ເຮົາ​ລົງ​ມາ​ຈາກ​ສະຫວັນ?”’


ທ່ານ​ເທໂອຟີໂລ​ທີ່​ນັບຖື: ໃນ​ໜັງສື​ເຫຼັ້ມ​ທຳອິດ ຂ້າພະເຈົ້າ​ໄດ້​ຂຽນ​ເຖິງ​ກິດຈະການ​ທັງໝົດ ຊຶ່ງ​ພຣະເຢຊູເຈົ້າ​ໄດ້​ກະທຳ ແລະ​ໄດ້​ສັ່ງສອນ​ປະຊາຊົນ ຕັ້ງແຕ່​ເວລາ​ທີ່​ພຣະອົງ​ເລີ່ມຕົ້ນ​ພາລະກິດ​ຂອງ​ພຣະອົງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka