Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:22 - ພຣະຄຳພີສັກສິ

22 ແລະ ພຣະວິນຍານ​ບໍຣິສຸດເຈົ້າ ໃນ​ຮູບຮ່າງ​ເໝືອນ​ນົກເຂົາ ກໍ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານເອີຍ ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ເຮົາ​ພໍໃຈ​ນຳ​ທ່ານ​ຫລາຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ແລະ ພຣະວິນຍານບໍລິສຸດເຈົ້າ​ໃນ​ຮູບຮ່າງ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ທ່ານ​ຫລາຍ”.

Uka jalj uñjjattʼäta Copia luraña




ລູກາ 3:22
21 Jak'a apnaqawi uñst'ayäwi  

ກະສັດ​ກ່າວ​ວ່າ, “ເຮົາ​ຈະ​ປ່າວ​ປະກາດ​ຕາມ​ຄຳ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ” ພຣະອົງ​ໄດ້​ກ່າວ​ຕໍ່​ເຮົາ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ເຮົາ​ເປັນ​ບິດາ​ຂອງ​ເຈົ້າ.”


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


“ນີ້​ແມ່ນ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຜູ້​ເປັນ​ທີ່​ຮັກ ແລະ​ພໍໃຈ​ຂອງເຮົາ. ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງເຮົາ​ ໃສ່​ໄວ້​ເທິງ​ເພິ່ນ ເພື່ອ​ຈະ​ປະກາດ​ຄວາມ​ຍຸດຕິທຳ​ ແກ່​ບັນດາ​ປະຊາຊາດ.


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ລາວ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ແລະ​ໄດ້​ອ້າງ​ຕົນ​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ເບິ່ງດູ​ວ່າ ພຣະເຈົ້າ​ຈະ​ພໍພຣະໄທ​ຊ່ວຍ​ລາວ​ໃຫ້​ພົ້ນ​ດຽວ​ນີ້​ຫລື​ບໍ່.”


ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈາກ​ແຂວງ​ຄາລີເລ ມາ​ຫາ​ໂຢຮັນ​ທີ່​ແມ່ນໍ້າ​ຈໍແດນ ເພື່ອ​ຮັບ​ບັບຕິສະມາ​ຈາກ​ເພິ່ນ.


ເມື່ອ​ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ​ແລ້ວ ພຣະອົງ​ກໍ​ຂຶ້ນ​ຈາກ​ນໍ້າ ໃນ​ທັນໃດນັ້ນ ຟ້າ​ສະຫວັນ​ກໍ​ໄຂ​ອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ​ເອງ ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”


ແລະ ໄດ້​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ, ເຮົາ​ພໍໃຈ​ໃນ​ທ່ານ​ຫລາຍ.”


ຕໍ່​ຈາກ​ນັ້ນ​ມາ​ບໍ່​ດົນ ພຣະເຢຊູເຈົ້າ​ໄດ້​ຈາກ​ໝູ່​ບ້ານ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ແລະ​ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ໃນ​ແມ່ນໍ້າ​ຈໍແດນ.


ແລ້ວ​ກໍ​ມີ​ກ້ອນ​ເມກ​ລອຍ​ມາ​ເປັນ​ເງົາ​ປົກຫຸ້ມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ, ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ພວກເຈົ້າ​ຈົ່ງ​ເຊື່ອຟັງ​ເພິ່ນ.”


“ພຣະ​ຣັດສະໝີ ຈົ່ງ​ມີ​ແດ່​ພຣະເຈົ້າ ໃນ​ສະຫວັນ​ທີ່​ສູງສຸດ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິສຸກ ແກ່​ມະນຸດ​ທັງປວງ​ຜູ້​ທີ່​ພຣະອົງ​ ຊົງ​ພໍພຣະໄທ​ນັ້ນ.”


ແລະ ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະທຳ​ຕອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ​ໃນວັນນີ້ ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ແຫຼະ.”


ຝ່າຍ​ໂຢຮັນ​ໄດ້​ໃຫ້​ຄຳ​ພະຍານ​ນີ້​ວ່າ, “ເຮົາ​ໄດ້​ເຫັນ​ພຣະວິນຍານ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຈາກ​ທ້ອງຟ້າ ແລະ​ສະຖິດ​ຢູ່​ເທິງ​ທ່ານ.


ໂອ ພຣະບິດາເຈົ້າ​ເອີຍ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ໄດ້​ຮັບ​ກຽດ​ເທີ້ນ.” ແລ້ວ​ມີ​ສຽງດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ເຮົາ​ໄດ້​ໃຫ້​ຮັບ​ກຽດ​ແລ້ວ ແລະ​ເຮົາ​ຈະ​ໃຫ້​ໄດ້​ຮັບ​ກຽດ​ອີກ.”


ຝ່າຍ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ ກໍ​ເປັນ​ພະຍານ​ໃຫ້​ເຮົາ ເຈົ້າ​ທັງຫລາຍ​ບໍ່ເຄີຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ ແລະ​ບໍ່ເຄີຍ​ເຫັນ​ຮູບຮ່າງ​ຂອງ​ພຣະອົງ​ຈັກເທື່ອ.


ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.


ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ອອກ​ມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ​ໄດ້​ນຳພາ​ພວກເຮົາ​ເຂົ້າ​ໄປ​ຕັ້ງ​ໄວ້​ໃນ​ອານາຈັກ​ແຫ່ງ​ພຣະບຸດ​ທີ່ຮັກ​ຂອງ​ພຣະອົງ,


ຈົ່ງ​ມາ​ຫາ​ພຣະອົງ ຜູ້​ຊົງ​ເປັນ​ພຣະ​ສີລາ​ທີ່​ຊົງ​ຊີວິດ ຊຶ່ງ​ຝ່າຍ​ມະນຸດ​ໄດ້​ປະຖິ້ມ​ເສຍ ແຕ່​ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ຊົງ​ຖື​ວ່າ​ມີ​ຄຸນຄ່າ​ສູງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka