ລູກາ 3:14 - ພຣະຄຳພີສັກສິ14 ພວກທະຫານກໍຖາມເພິ່ນເໝືອນກັນວ່າ, “ພວກຂ້ານ້ອຍເດ ຈະເຮັດຢ່າງໃດ?” ເພິ່ນຈຶ່ງຕອບພວກເຂົາວ່າ, “ຢ່າຂົ່ມເຫັງ ຫລືຢ່າຫາຄວາມບໍ່ຈິງໃສ່ໃຜເພື່ອເອົາເງິນ, ແຕ່ຈົ່ງພໍໃຈໃນຄ່າຈ້າງຂອງຕົນ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່14 ແລ້ວພວກທະຫານກໍມາຖາມເພິ່ນວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?” ເພິ່ນຕອບວ່າ, “ຢ່າຂົ່ມຂູ່ເອົາເງິນ ແລະ ຢ່າໃສ່ຮ້າຍຜູ້ໃດ ຈົ່ງພໍໃຈກັບຄ່າຈ້າງຂອງຕົນ”. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ຍິນສຽງດັງມາຈາກສະຫວັນວ່າ, “ບັດນີ້ຄວາມລອດພົ້ນ ຣິດເດດ ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍ ກັບທັງຣິດອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາ ຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນແລະກາງຄືນນັ້ນ ກໍໄດ້ຖືກຖິ້ມລົງເສຍແລ້ວ.