13 ເພິ່ນຈຶ່ງຕອບພວກເຂົາວ່າ, “ຢ່າໄດ້ເກັບພາສີເກີນອັດຕາ”.
13 ເພິ່ນບອກພວກເຂົາວ່າ, “ຢ່າເກັບພາສີເກີນກວ່າທີ່ພວກທ່ານໄດ້ຮັບຄຳສັ່ງ”.
ພຣະອົງຮູ້ຈັກວ່າຂ້ານ້ອຍບໍ່ມີຄວາມຜິດຫຍັງ ແລະໄດ້ລະວັງຕົວຈາກການຊົ່ວຮ້າຍ.
ຜູ້ທີ່ຊ້ອນເຊື່ອງບາບກຳໄວ້ ຊີວິດຈະບໍ່ຈະເລີນຮຸ່ງເຮືອງ. ຜູ້ທີ່ສາລະພາບບາບກຳຂອງຕົນ ພຣະເຈົ້າຈະເມດຕາຜູ້ນັ້ນ.
ບໍ່ແມ່ນດອກ ພຣະເຈົ້າຢາເວໄດ້ບອກພວກເຮົາວ່າ ແມ່ນຫຍັງເປັນສິ່ງທີ່ດີ. ສິ່ງທີ່ພຣະອົງຕ້ອງການຈາກພວກເຮົານັ້ນແມ່ນດັ່ງນີ້: ເຮັດສິ່ງທີ່ຖືກຕ້ອງ, ສະແດງຄວາມຮັກອັນໝັ້ນຄົງ ແລະໃຊ້ຊີວິດໃນຄວາມສາມັກຄີທຳກັບພຣະເຈົ້າຂອງພວກເຮົາດ້ວຍຄວາມຖ່ອມໃຈ.
“ເຈົ້າຢາກໃຫ້ຄົນອື່ນເຮັດຕໍ່ເຈົ້າຢ່າງໃດ ກໍຈົ່ງເຮັດຕໍ່ເພິ່ນຢ່າງນັ້ນເໝືອນກັນ ອັນນີ້ແມ່ນກົດບັນຍັດ ແລະ ຄຳສັ່ງສອນຂອງພວກຜູ້ທຳນວາຍ.”
ແລ້ວຊັກຂ່າຍກໍລຸກຂຶ້ນເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ ພຣະອົງເຈົ້າເອີຍ, ເບິ່ງແມ! ຂ້ານ້ອຍຂໍມອບເຂົ້າຂອງທີ່ມີຢູ່ ໃຫ້ແກ່ຄົນຍາກຈົນເຄິ່ງໜຶ່ງ ແລະຖ້າຂ້ານ້ອຍໄດ້ສໍ້ໂກງຜູ້ໃດ ຂ້ານ້ອຍກໍຂໍສົ່ງຄືນໃຫ້ລາວສີ່ເທົ່າ.”
ມີຄົນເກັບພາສີມາຫາໂຢຮັນ ເພື່ອຮັບບັບຕິສະມາ ແລະຖາມວ່າ, “ອາຈານເອີຍ ພວກເຮົາຄວນຈະເຮັດຢ່າງໃດແດ່?”
ພວກທະຫານກໍຖາມເພິ່ນເໝືອນກັນວ່າ, “ພວກຂ້ານ້ອຍເດ ຈະເຮັດຢ່າງໃດ?” ເພິ່ນຈຶ່ງຕອບພວກເຂົາວ່າ, “ຢ່າຂົ່ມເຫັງ ຫລືຢ່າຫາຄວາມບໍ່ຈິງໃສ່ໃຜເພື່ອເອົາເງິນ, ແຕ່ຈົ່ງພໍໃຈໃນຄ່າຈ້າງຂອງຕົນ.”
ຄົນຂີ້ລັກ ຄົນຂີ້ໂລບ ຄົນຂີ້ເຫລົ້າ ຄົນເວົ້າໃສ່ຮ້າຍປ້າຍສີ ຫລືຄົນສໍ້ໂກງກໍດີ ຄົນເຫຼົ່ານັ້ນ ຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ.
ຝ່າຍຄົນທີ່ເຄີຍລັກກໍຈົ່ງເຊົາລັກຕໍ່ໄປ, ແຕ່ໃຫ້ລົງມືເຮັດວຽກເພື່ອລ້ຽງຊີບໃນທາງສັດຊື່ ເພື່ອຈະໄດ້ມີສ່ວນຊ່ວຍເຫລືອຄົນຍາກຈົນ.
ດ້ວຍເຫດນັ້ນ ເມື່ອເຮົາທັງຫລາຍມີຝູງພະຍານຫລວງຫລາຍຢູ່ຮອບຂ້າງຢ່າງນີ້ແລ້ວ ພວກເຮົາຈົ່ງຊັດຖິ້ມທຸກຢ່າງທີ່ຖ່ວງຢູ່ ແລະຜິດບາບທີ່ຕິດແໜ້ນໂດຍງ່າຍ, ສ່ວນການແລ່ນແຂ່ງທີ່ກຳນົດໄວ້ຕໍ່ໜ້າພວກເຮົານັ້ນ, ຈົ່ງພາກັນແລ່ນດ້ວຍຄວາມພຽນພະຍາຍາມ.