10 ປະຊາຊົນຖາມໂຢຮັນວ່າ, “ຖ້າດັ່ງນັ້ນ ພວກເຮົາຄວນຈະເຮັດຢ່າງໃດ?”
10 ປະຊາຊົນຈຶ່ງຖາມວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?”
ມີຄົນເກັບພາສີມາຫາໂຢຮັນ ເພື່ອຮັບບັບຕິສະມາ ແລະຖາມວ່າ, “ອາຈານເອີຍ ພວກເຮົາຄວນຈະເຮັດຢ່າງໃດແດ່?”
ພວກທະຫານກໍຖາມເພິ່ນເໝືອນກັນວ່າ, “ພວກຂ້ານ້ອຍເດ ຈະເຮັດຢ່າງໃດ?” ເພິ່ນຈຶ່ງຕອບພວກເຂົາວ່າ, “ຢ່າຂົ່ມເຫັງ ຫລືຢ່າຫາຄວາມບໍ່ຈິງໃສ່ໃຜເພື່ອເອົາເງິນ, ແຕ່ຈົ່ງພໍໃຈໃນຄ່າຈ້າງຂອງຕົນ.”
ເຫດສະນັ້ນ ຈົ່ງປະພຶດຕົນໃຫ້ສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າເອົາໃຈໃໝ່ ຢ່າຕັ້ງນຶກໃນໃຈ ແລະເວົ້າໃນທ່າມກາງພວກເຈົ້າວ່າ, ‘ເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ.’ ເຮົາບອກພວກເຈົ້າວ່າ, ພຣະເຈົ້າຊົງຣິດສາມາດເອົາກ້ອນຫີນເຫຼົ່ານີ້ ແລະບັນດານໃຫ້ເປັນລູກຫລານຂອງອັບຣາຮາມໄດ້
ແລ້ວໄດ້ພາທ່ານທັງສອງອອກມາ ແລ້ວຖາມວ່າ, “ທ່ານເອີຍ ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ລອດພົ້ນ?”
ເມື່ອປະຊາຊົນໄດ້ຍິນເຊັ່ນນີ້ແລ້ວ ຕ່າງກໍເຈັບຊໍ້າກິນແໜງໃຈຫລາຍທີ່ສຸດ ແລະເວົ້າແກ່ເປໂຕກັບອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງເອີຍ ພວກເຮົາຈະຕ້ອງເຮັດຢ່າງໃດ?”
ເປໂຕກ່າວແກ່ພວກເຂົາວ່າ, “ແຕ່ລະຄົນໃນພວກທ່ານ ຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອວ່າບາບກຳຂອງພວກທ່ານຈະໄດ້ຮັບການອະໄພ ແລະພວກທ່ານກໍຈະໄດ້ຮັບຂອງປະທານຈາກພຣະເຈົ້າ ຄືພຣະວິນຍານບໍຣິສຸດເຈົ້າ.
ເຈົ້າຈົ່ງລຸກຂຶ້ນ ເຂົ້າໄປໃນເມືອງ ແລ້ວຈະມີຜູ້ບອກເຈົ້າວ່າຕ້ອງເຮັດຢ່າງໃດ.”