Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:1 - ພຣະຄຳພີສັກສິ

1 ໃນ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ຈັກກະພັດ​ຕີເບຣີໂອ, ປົນອີໂອ​ປີລາດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຄາລີເລ ແລະ ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ເຂດແດນ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ອາບີເລັນ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ລາຊະການ​ປີ​ທີ​ສິບຫ້າ​ຂອງ​ຕີເບຣີໂອ​ກາຍຊາ, ໃນ​ເວລາ​ນັ້ນ​ປົນທຽວ​ປີລາດ​ເປັນ​ຜູ້ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້ປົກຄອງ​ແຂວງ​ຄາລີເລ, ສ່ວນ​ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ເປັນ​ຜູ້ປົກຄອງ​ແຂວງ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ເປັນ​ຜູ້ປົກຄອງ​ແຂວງ​ອາບີເລັນ.

Uka jalj uñjjattʼäta Copia luraña




ລູກາ 3:1
19 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ໃນ​ເວລາ​ນັ້ນ ເຮໂຣດ​ຜູ້​ປົກຄອງ​ແຂວງ​ຄາລີເລ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ.


ດ້ວຍວ່າ, ເຮໂຣດ​ໄດ້​ສັ່ງ​ຈັບ​ໂຢຮັນ​ລ່າມໂສ້ ແລະ​ນຳ​ໄປ​ຂັງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮໂຣເດຍ ເມຍ​ຂອງ​ຟີລິບ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງຕົນ.


ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ເຮໂຣດ ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ຟ້ອນ​ລຳ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ​ມາ ເຮໂຣດ​ພໍໃຈ​ຫລາຍ


ດັ່ງນັ້ນ ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ ທ່ານ​ຄິດ​ຢ່າງ​ໃດ​ກ່ຽວກັບ​ເລື່ອງ​ນີ້? ເປັນ​ການ​ສົມຄວນ​ຫລື​ບໍ່ ທີ່​ເສຍ​ພາສີ​ໃຫ້​ກາຍຊາ?”


ພວກເຂົາ​ລ່າມໂສ້​ພຣະອົງ ແລະ​ນຳ​ພຣະອົງ​ໄປ​ມອບ​ໃຫ້​ປີລາດ​ຜູ້​ປົກຄອງ​ຊາວ​ໂຣມ.


ກະສັດ​ເຮໂຣດ​ເອງ​ເປັນ​ຜູ້​ສັ່ງ​ໃຫ້​ຈັບ​ໂຢຮັນ​ຜູກມັດ ແລະ​ຂັງ​ລາວ​ໄວ້​ໃນ​ຄຸກ, ກະສັດ​ເຮໂຣດ​ໄດ້​ເຮັດ​ເຊັ່ນນີ້ ເພາະ​ນາງ​ເຮໂຣເດຍ​ຜູ້​ທີ່​ຕົນ​ໄດ້​ແຕ່ງງານ​ນຳ​ນັ້ນ ຊຶ່ງ​ນາງ​ເຄີຍ​ໄດ້​ເປັນ​ເມຍ​ຟີລິບ​ນ້ອງຊາຍ​ຂອງຕົນ​ມາ​ກ່ອນ.


ໃນທີ່ສຸດ ນາງ​ເຮໂຣເດຍ​ກໍໄດ້​ໂອກາດ​ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ກະສັດ​ເຮໂຣດ ເມື່ອ​ເພິ່ນ​ໄດ້​ຈັດ​ງານລ້ຽງ​ສະຫລອງ ແລະ​ເຊື້ອເຊີນ​ບັນດາ​ຂ້າຣາຊການ​ຂັ້ນ​ສູງ​ມາ​ຮ່ວມ​ຄື: ຄະນະ​ລັດຖະບານ, ບັນດາ​ນາຍ​ທະຫານ​ໃນ​ກອງທັບ, ຕະຫລອດ​ທັງ​ບຸກຄົນ​ສຳຄັນ​ຕ່າງໆ​ໃນ​ແຂວງ​ຄາລີເລ.


ໃນ​ເວລາ​ດຽວກັນ​ນັ້ນ ກໍ​ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ໃຫ້​ທ່ານ​ອອກ​ໜີໄປ​ຈາກ​ທີ່​ນີ້​ເສຍ ເພາະ​ກະສັດ​ເຮໂຣດ​ຢາກ​ປະຫານ​ຊີວິດ​ທ່ານ.”


ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ຈົດ​ທະບຽນ​ສຳມະໂນຄົວ​ໃນ​ທົ່ວ​ຈັກກະພົບ​ໂຣມ .


ດັ່ງນັ້ນ ປີລາດ​ຈຶ່ງ​ຕັດສິນ​ໃຫ້​ເປັນ​ໄປ​ຕາມ​ຄຳ​ຂໍຮ້ອງ​ຂອງ​ພວກເຂົາ.


ເມື່ອ​ໂຢຮັນ​ໄດ້​ກ່າວ​ຕິຕຽນ​ເຮໂຣດ​ຜູ້ປົກຄອງ​ເມືອງ ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ນາງ​ເຮໂຣເດຍ ເມຍ​ນ້ອງຊາຍ​ຂອງຕົນ ແລະ​ເພິ່ນ​ຍັງ​ໄດ້​ເຮັດ​ການ​ຊົ່ວຮ້າຍ​ຫລາຍ​ຢ່າງ​ດ້ວຍ.


ເມື່ອ​ເຮໂຣດ ຜູ້​ປົກຄອງ​ໄດ້ຍິນ​ເຫດການ​ທັງໝົດ​ທີ່​ເກີດຂຶ້ນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ວິຕົກ​ກັງວົນ​ໃຈ ເພາະ​ບາງຄົນ​ເວົ້າ​ວ່າ, “ໂຢຮັນ​ບັບຕິສະໂຕ​ຄືນ​ມາ​ມີ​ຊີວິດ​ອີກ​ແລ້ວ.”


“ຂ້າພະເຈົ້າ ກລາວດີໂອລີເຊຍ ກາບຮຽນ​ພະນະທ່ານ​ເຟລິກ​ຜູ້​ປົກຄອງ.


ສອງ​ປີ​ຕໍ່ມາ ໂປກີໂອ​ເຟຊະໂຕ ໄດ້​ມາ​ຮັບ​ໜ້າທີ່​ເປັນ​ຜູ້​ປົກຄອງ​ແທນ​ເຟລິກ, ຝ່າຍ​ເຟລິກ​ຢາກ​ໃຫ້​ພວກ​ຢິວ​ພໍໃຈ​ນຳ​ຕົນ, ຈຶ່ງ​ປະ​ໂປໂລ​ຂັງ​ໄວ້​ໃນ​ຄຸກ.


ແລ້ວ​ກະສັດ​ກັບ​ຜູ້​ປົກຄອງ, ນາງ​ເບນີເກ ແລະ​ຄົນອື່ນໆ​ທຸກຄົນ​ກໍ​ລຸກ​ຂຶ້ນ,


ຈິງ​ແທ້ ດ້ວຍວ່າ, ເຮໂຣດ​ກັບ​ປົນທຽວປີລາດ​ໄດ້​ມາ​ໃນ​ເມືອງ​ນີ້ ປະຊຸມ​ກັນ​ກັບ​ຄົນຕ່າງຊາດ ແລະ​ປະຊາຊົນ​ອິດສະຣາເອນ ເພື່ອ​ຕໍ່ສູ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ໄວ້​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka