Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 24:6 - ພຣະຄຳພີສັກສິ

6 ພຣະອົງ​ບໍ່ໄດ້​ຢູ່​ທີ່​ນີ້ ພຣະອົງ​ເປັນ​ຄືນ​ມາ​ສູ່​ຊີວິດ​ແລ້ວ ຈົ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ພຣະອົງ​ກ່າວ​ແກ່​ພວກເຈົ້າ ເມື່ອ​ພຣະອົງ​ຢູ່​ໃນ​ແຂວງ​ຄາລີເລ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້, ພຣະອົງ​ເປັນຄືນມາ​ແລ້ວ! ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ກັບ​ພວກເຈົ້າ​ໃນ​ແຂວງ​ຄາລີເລ​ວ່າ:

Uka jalj uñjjattʼäta Copia luraña




ລູກາ 24:6
19 Jak'a apnaqawi uñst'ayäwi  

ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຈະ​ຢູ່​ໃນ​ພື້ນ​ຂອງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ຢ່າງ​ນັ້ນ.


ຕັ້ງແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມ​ອະທິບາຍ​ໃຫ້​ພວກ​ສາວົກ​ຟັງ ໂດຍ​ກ່າວ​ວ່າ, “ເຮົາ​ຈຳເປັນ​ຕ້ອງ​ໄປ​ນະຄອນ​ເຢຣູຊາເລັມ ແລະ​ຕ້ອງ​ຮັບ​ຄວາມ​ທົນທຸກ​ທໍລະມານ​ຢ່າງ​ໜັກ​ຈາກ​ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ, ເຮົາ​ຈະ​ຖືກ​ຂ້າ ແຕ່​ໃນ​ວັນ​ຖ້ວນ​ສາມ​ເຮົາ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ.”


ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້າພະເຈົ້າ​ຈື່​ໄດ້​ວ່າ ເມື່ອ​ຄົນ​ຫລອກລວງ​ຜູ້​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ໄດ້​ເວົ້າ​ວ່າ, ‘ຫລັງຈາກ​ສາມ​ວັນ​ແລ້ວ ເຮົາ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.’


ພຣະອົງ​ບໍ່​ຢູ່​ທີ່​ນີ້ ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ພຣະອົງ​ໄວ້.


ຊາຍໜຸ່ມ​ກ່າວ​ແກ່​ພວກ​ນາງ​ວ່າ, “ຢ່າ​ສູ່​ຕົກໃຈ​ເລີຍ ພວກ​ນາງ​ມາ​ຊອກ​ຫາ​ເຢຊູ​ໄທ​ນາຊາເຣັດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ພຣະອົງ​ເປັນ​ຄືນ​ມາ​ແລ້ວ ພຣະອົງ​ບໍ່ໄດ້​ຢູ່​ທີ່​ນີ້ ເພາະ​ນີ້​ແຫຼະ ບ່ອນ​ທີ່​ພວກເຂົາ​ວາງ​ພຣະສົບ​ຂອງ​ພຣະອົງ​ໄວ້


ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ພວກ​ສາວົກ ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ພຣະອົງ​ວ່າ, “ບຸດ​ມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ​ຫລາຍ​ປະການ, ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ຈະ​ບໍ່​ຍອມ​ຮັບ​ເພິ່ນ ແລະ​ຈະ​ຂ້າ​ເພິ່ນ​ເສຍ, ແຕ່​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ.”


ຕ່າງ​ກໍ​ເວົ້າ​ວ່າ, “ອົງພຣະ​ຜູ້​ເປັນຈົ້າ​ເປັນ​ຄືນ​ມາ​ຢ່າງ​ແທ້ຈິງ ແລະ​ໄດ້​ປາກົດ​ໃຫ້​ຊີໂມນ​ເຫັນ.”


ດ້ວຍ​ຄວາມ​ຢ້ານ​ທີ່ສຸດ ພວກ​ນາງ​ຈຶ່ງ​ກົ້ມ​ຂາບລົງ​ພື້ນດິນ ແລະ​ຊາຍ​ສອງ​ຄົນ​ກໍ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນຕາຍ?


ແລະ ກ່າວ​ຕື່ມ​ວ່າ, “ບຸດ​ມະນຸດ​ຕ້ອງ​ທົນທຸກ​ທໍລະມານ​ຢ່າງ​ໜັກ​ຫລາຍ​ປະການ ບັນດາ​ເຖົ້າແກ່ ບັນດາ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ຈະ​ບໍ່​ຍອມ​ຮັບ​ທ່ານ, ທ່ານ​ຈະ​ຖືກ​ຂ້າ, ແຕ່​ໃນ​ວັນ​ຖ້ວນ​ສາມ ທ່ານ​ຈະ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.”


“ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນີ້​ໃຫ້​ດີ ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຄົນ​ທັງຫລາຍ.”


ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ໂດຍ​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມ​ເຈັບປວດ​ຂອງ​ອຳນາດ​ແຫ່ງ​ຄວາມ​ຕາຍ ເພາະ​ຄວາມ​ຕາຍ​ບໍ່​ສາມາດ​ກັກຈ່ອງ​ພຣະອົງ​ໄວ້​ໄດ້.


ພວກເຈົ້າ​ຈື່​ໄດ້​ບໍ? ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ກໍ​ເຄີຍ​ບອກ​ສິ່ງ​ເຫຼົ່ານີ້​ທັງໝົດ​ແກ່​ພວກເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka