Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 24:5 - ພຣະຄຳພີສັກສິ

5 ດ້ວຍ​ຄວາມ​ຢ້ານ​ທີ່ສຸດ ພວກ​ນາງ​ຈຶ່ງ​ກົ້ມ​ຂາບລົງ​ພື້ນດິນ ແລະ​ຊາຍ​ສອງ​ຄົນ​ກໍ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນຕາຍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ດ້ວຍ​ຄວາມຢ້ານກົວ​ຂອງ​ພວກເຂົາ ພວກແມ່ຍິງ​ຈຶ່ງ​ໄດ້​ໝອບລົງ​ທີ່​ພື້ນດິນ ແຕ່​ຊາຍ​ສອງ​ຄົນ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຊອກຫາ​ຄົນເປັນ​ໃນ​ທ່າມກາງ​ຄົນຕາຍ?

Uka jalj uñjjattʼäta Copia luraña




ລູກາ 24:5
15 Jak'a apnaqawi uñst'ayäwi  

ແລ້ວ​ເທວະດາ​ຕົນ​ໜຶ່ງ​ທີ່​ມີ​ຮູບຮ່າງ​ເໝືອນ​ມະນຸດ​ກໍ​ເດ່​ມື​ອອກ​ມາ​ບາຍ​ຮິມສົບ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ທີ່​ຢືນ​ຢູ່​ຂ້າງ​ໜ້າ​ວ່າ, “ນາຍ​ເອີຍ ນິມິດ​ນີ້​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນແຮງ​ຫລາຍ ຈົນ​ຂ້ານ້ອຍ​ບໍ່​ເຊົາ​ສັ່ນເຊັນ.


ເພິ່ນ​ກ່າວ​ວ່າ, “ພຣະເຈົ້າ​ຮັກ​ເຈົ້າ. ດັ່ງນັ້ນ ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ເຈົ້າ​ອຸກໃຈ​ຫລື​ຢ້ານກົວ​ເລີຍ.” ເມື່ອ​ເພິ່ນ​ໄດ້​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ຮູ້ສຶກ​ມີ​ແຮງ​ຂຶ້ນ ແລະ​ເວົ້າ​ວ່າ, “ນາຍ​ເອີຍ ຈົ່ງ​ບອກ​ສິ່ງ​ທີ່​ທ່ານ​ຈະ​ຕ້ອງ​ກ່າວ​ນັ້ນ​ສູ່​ຂ້ານ້ອຍ​ຟັງ​ແດ່. ທ່ານ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ມີ​ແຮງ​ຂຶ້ນ​ແດ່​ແລ້ວ.”


ຝ່າຍ​ມາຣີ​ກໍ​ຕົກໃຈ​ຫລາຍ​ໃນ​ຖ້ອຍຄຳ​ເຫຼົ່ານີ້ ນາງ​ຈຶ່ງ​ຄິດ​ພິຈາລະນາ​ວ່າ ຄຳ​ທັກທາຍ​ຂອງ​ເພິ່ນ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ.


ເວລາ​ພວກຍິງ​ເຫຼົ່ານີ້​ຢືນ​ຄິດເຖິງ​ເຫດການ​ນີ້​ຢູ່ ໃນ​ທັນໃດນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່​ໃກ້​ພວກ​ນາງ ຊາຍ​ສອງ​ຄົນ​ນີ້​ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫຼື້ອມ​ຕາ.


ພຣະອົງ​ບໍ່ໄດ້​ຢູ່​ທີ່​ນີ້ ພຣະອົງ​ເປັນ​ຄືນ​ມາ​ສູ່​ຊີວິດ​ແລ້ວ ຈົ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ພຣະອົງ​ກ່າວ​ແກ່​ພວກເຈົ້າ ເມື່ອ​ພຣະອົງ​ຢູ່​ໃນ​ແຂວງ​ຄາລີເລ​ວ່າ,


ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ໂດຍ​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມ​ເຈັບປວດ​ຂອງ​ອຳນາດ​ແຫ່ງ​ຄວາມ​ຕາຍ ເພາະ​ຄວາມ​ຕາຍ​ບໍ່​ສາມາດ​ກັກຈ່ອງ​ພຣະອົງ​ໄວ້​ໄດ້.


ອີກ​ປະການ​ໜຶ່ງ ໃນ​ກໍລະນີ​ປະໂຣຫິດ​ຕະກຸນ​ເລວີ​ນັ້ນ ມະນຸດ​ທີ່​ຕ້ອງ​ຕາຍ​ກໍ​ເປັນ​ຜູ້​ຮັບ​ໜຶ່ງສ່ວນສິບ ແຕ່​ໃນ​ກໍລະນີ​ເມຄີເຊເດັກ​ຜູ້​ຮັບ​ໜຶ່ງສ່ວນສິບ​ນັ້ນ ມີ​ຫຼັກຖານ​ໃນ​ພຣະຄຳພີ​ວ່າ ທ່ານ​ຍັງ​ມີ​ຊີວິດ​ຢູ່.


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ຊະມີນາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ ທີ່​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ແລະ​ຜູ້​ທີ່​ໄດ້​ເປັນ​ຄືນ​ມາ​ອີກ ຊົງ​ກ່າວ​ດັ່ງນີ້:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka