ລູກາ 24:44 - ພຣະຄຳພີສັກສິ44 ແລ້ວພຣະອົງກໍໄດ້ກ່າວແກ່ພວກເພິ່ນວ່າ, “ນີ້ແຫຼະ ແມ່ນສິ່ງທີ່ເຮົາໄດ້ບອກພວກເຈົ້າແລ້ວ ເມື່ອເຮົາຍັງຢູ່ກັບພວກເຈົ້າ ຄືທຸກສິ່ງທີ່ໄດ້ມີຂຽນໄວ້ເຖິງເຮົາໃນໜັງສືກົດບັນຍັດຂອງໂມເຊ, ໃນໜັງສືຂອງພວກຜູ້ທຳນວາຍ ແລະໃນໜັງສືເພງສັນລະເສີນ ຈຳເປັນຕ້ອງສຳເລັດເປັນຈິງຕາມນັ້ນ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່44 ແລ້ວພຣະອົງກໍໄດ້ກ່າວກັບພວກເພິ່ນວ່າ, “ນີ້ຄືສິ່ງທີ່ເຮົາບອກໄວ້ໃນຂະນະທີ່ເຮົາຍັງຢູ່ກັບພວກເຈົ້າຄື: ທຸກສິ່ງຈະຕ້ອງເກີດຂຶ້ນຕາມທີ່ມີຂຽນໄວ້ກ່ຽວກັບເຮົາໃນກົດບັນຍັດຂອງໂມເຊ, ຂໍ້ຂຽນຜູ້ທຳນວາຍ ແລະ ໃນເພງສັນລະເສີນ”. Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ເຮົາຈະຈັບເອົາຍອດຕົ້ນແປກສູງ ແລະຫັກເອົາຍອດທີ່ກຳລັງແຕກໜໍ່; ເຮົາຈະເພາະປູກມັນໄວ້ບ່ອນໜຶ່ງທີ່ເທິງພູເຂົາສູງ ຄືທີ່ເທິງພູເຂົາສູງສຸດຂອງຊາດອິດສະຣາເອນນັ້ນ. ໃບມັນຈະດົກໜາທັງຈະແຕກໜໍ່ແນວ ກາຍເປັນໄມ້ແປກແຂງແຮງສວຍງາມຕົ້ນໜຶ່ງ. ຝູງນົກນາໆຊະນິດຕ່າງກໍຈະມາພັກພາອາໄສ ພົບເຮືອນຮັງຂອງຕົນຢູ່ຕາມຮົ່ມຕົ້ນໄມ້ນັ້ນ.
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.
ໃນເວລານັ້ນ ພຣະອົງຈະຢືນຢູ່ທີ່ເທິງພູເຂົາໝາກກອກເທດ ທີ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ. ແລ້ວພູເຂົາໝາກກອກເທດກໍຈະຍະອອກ ເປັນສອງສ່ວນຈາກທິດຕາເວັນອອກຫາທິດຕາເວັນຕົກ ໂດຍມີຮ່ອມພູອັນກວ້າງຂວາງຢູ່ຫວ່າງກາງ. ພູເຂົາເຄິ່ງໜຶ່ງຈະເຄື່ອນໄປທາງທິດເໜືອ ແລະອີກເຄິ່ງໜຶ່ງຈະເຄື່ອນໄປທາງທິດໃຕ້.
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”