ລູກາ 24:4 - ພຣະຄຳພີສັກສິ4 ເວລາພວກຍິງເຫຼົ່ານີ້ຢືນຄິດເຖິງເຫດການນີ້ຢູ່ ໃນທັນໃດນັ້ນ ກໍມີຊາຍສອງຄົນຢືນຢູ່ໃກ້ພວກນາງ ຊາຍສອງຄົນນີ້ນຸ່ງເຄື່ອງເປັ່ງປະກາຍຈົນເຫຼື້ອມຕາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ໃນຂະນະທີ່ພວກເຂົາກຳລັງສົງໄສກ່ຽວກັບເລື່ອງນີ້ຢູ່, ໃນທັນໃດນັ້ນ ກໍມີຊາຍສອງຄົນນຸ່ງເຄື່ອງທີ່ຮຸ່ງເຫລື້ອມເໝືອນຟ້າແມບມາຢືນຢູ່ທາງຂ້າງພວກເຂົາ. Uka jalj uñjjattʼäta |
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.