Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 24:21 - ພຣະຄຳພີສັກສິ

21 ພວກເຮົາ​ເຄີຍ​ຫວັງ​ວ່າ ແມ່ນ​ເພິ່ນ​ຜູ້​ນີ້​ແຫຼະ ທີ່​ຈະ​ເປັນ​ຜູ້​ປົດປ່ອຍ​ຊາດ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ ນອກຈາກ​ເລື່ອງ​ທີ່​ກ່າວ​ມາ​ນັ້ນ ວັນ​ນີ້ ກໍ​ເປັນ​ວັນ​ຖ້ວນ​ສາມ​ແລ້ວ ຕັ້ງແຕ່​ເຫດການ​ໄດ້​ເກີດຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ແຕ່​ພວກເຮົາ​ຫວັງ​ວ່າ​ພຣະອົງ​ຄື​ຜູ້​ທີ່​ຈະ​ມາ​ໄຖ່​ຊົນຊາດ​ອິດສະຣາເອນ. ແລະ ຫລາຍ​ກວ່າ​ນັ້ນ​ອີກ ວັນ​ນີ້​ກໍ​ເປັນ​ວັນ​ທີ​ສາມ​ແລ້ວ​ນັບ​ຕັ້ງແຕ່​ເຫດການ​ນັ້ນ​ໄດ້​ເກີດຂຶ້ນ.

Uka jalj uñjjattʼäta Copia luraña




ລູກາ 24:21
8 Jak'a apnaqawi uñst'ayäwi  

ພຣະອົງ​ຈະ​ໄຖ່​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ໃຫ້​ພົ້ນ​ຈາກ​ການບາບ​ທຸກຢ່າງ​ຂອງ​ພວກ​ເຂົາເຈົ້າ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ປ້ອງກັນ​ພວກເຈົ້າ ແລະ​ເພື່ອ​ຊ່ວຍ​ພວກເຈົ້າ​ທຸກຄົນ​ທີ່​ຫັນໜີ​ຈາກ​ການບາບ​ຂອງຕົນ.


“ຈົ່ງ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ ດ້ວຍວ່າ, ພຣະອົງ​ໄດ້​ຊົງ​ຢ້ຽມຢາມ ແລະ ໄດ້​ຊົງ​ໄຖ່​ເອົາ​ພົນລະເມືອງ​ ຂອງ​ພຣະອົງ


ໃນ​ເວລາ​ນັ້ນ ນາງ​ກໍໄດ້​ເຂົ້າ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ເວົ້າ​ເຖິງ​ພຣະ​ກຸມມານ​ໃຫ້​ແກ່​ທຸກຄົນ ໃນ​ນະຄອນ​ເຢຣູຊາເລັມ​ຟັງ ຊຶ່ງ​ພວກເຂົາ​ກຳລັງ​ຄອຍ​ຖ້າ​ການ​ໄຖ່​ໃຫ້​ພົ້ນ​ນັ້ນ.


ເມື່ອ​ພວກ​ອັກຄະສາວົກ​ມາ​ເຕົ້າໂຮມ​ກັນ ເພື່ອ​ພົບ​ພຣະເຢຊູເຈົ້າ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຈະ​ໃຫ້​ຊົນຊາດ​ອິດສະຣາເອນ​ໄດ້​ຮັບ​ອຳນາດ​ຄືນ​ໃນ​ເວລາ​ນີ້​ບໍ?”


ບໍ່ແມ່ນ​ເຈົ້າ​ຢາກ​ຂ້າ​ເຮົາ ຄື​ເຈົ້າ​ໄດ້​ຂ້າ​ຄົນ​ເອຢິບ​ມື້​ວານ​ນີ້​ບໍ?’


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka