2 ພວກນາງເຫັນກ້ອນຫີນໄດ້ຖືກກຶ່ງອອກຈາກປາກອຸບມຸງແລ້ວ.
2 ພວກເຂົາໄດ້ເຫັນວ່າກ້ອນຫີນໄດ້ຖືກກຶ່ງອອກຈາກປາກອຸບມຸງແລ້ວ,
ໃນທັນໃດນັ້ນ ກໍເກີດແຜ່ນດິນຫວັ່ນໄຫວຢ່າງຮ້າຍແຮງ ມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງ ໄດ້ລົງມາຈາກສະຫວັນ ກື່ງກ້ອນຫີນອອກ ແລະນັ່ງຢູ່ເທິງກ້ອນຫີນນັ້ນ.
ແຕ່ຮຸ່ງເຊົ້າຂອງວັນຕົ້ນສັບປະດາ(ວັນອາທິດ) ພວກແມ່ຍິງເຫຼົ່ານັ້ນໄດ້ໄປທີ່ອຸບມຸງ ພ້ອມທັງຖືເຄື່ອງຫອມທີ່ພວກຕົນຈັດຕຽມໄວ້ແລ້ວໄປນຳ.
ດັ່ງນັ້ນ ພວກນາງຈຶ່ງເຂົ້າໄປ, ແຕ່ບໍ່ເຫັນພຣະສົບຂອງອົງພຣະເຢຊູເຈົ້າ.
ພຣະເຢຊູເຈົ້າສະເທືອນຈິດໃຈໂສກເສົ້າໜັກອີກ ຈຶ່ງໄດ້ໄປເຖິງອຸບມຸງຝັງສົບ ຊຶ່ງເປັນຖໍ້າທີ່ມີຫີນກ້ອນໃຫຍ່ອັດປາກຖໍ້າໄວ້.
ດັ່ງນັ້ນ ພວກເຂົາຈຶ່ງກື່ງກ້ອນຫີນອອກ ຝ່າຍພຣະເຢຊູເຈົ້າກໍເງີຍໜ້າຂຶ້ນ ແລະພາວັນນາອະທິຖານວ່າ, “ໂອ ພຣະບິດາເຈົ້າເອີຍ, ຂ້ານ້ອຍໂມທະນາຂອບພຣະຄຸນທີ່ພຣະອົງຟັງຂ້ານ້ອຍ.