Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:8 - ພຣະຄຳພີສັກສິ

8 ເຮໂຣດ​ດີໃຈ​ທີ່ສຸດ ເມື່ອ​ໄດ້​ເຫັນ​ພຣະເຢຊູເຈົ້າ ເພາະ​ເພິ່ນ​ໄດ້ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ ແລະ​ລໍຄອຍ​ທີ່​ຢາກ​ຈະ​ເຫັນ​ພຣະອົງ​ມາ​ດົນ​ແລ້ວ ເພິ່ນ​ຫວັງ​ທີ່​ຈະ​ເຫັນ​ພຣະເຢຊູເຈົ້າ​ເຮັດ​ໝາຍສຳຄັນ​ບາງ​ປະການ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເມື່ອ​ເຮໂຣດ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກໍ​ດີໃຈ​ຫລາຍ ເພາະວ່າ​ເພິ່ນ​ຢາກ​ເຫັນ​ພຣະອົງ​ມາ​ດົນ​ແລ້ວ. ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ, ເຮໂຣດ​ຫວັງ​ຈະ​ເຫັນ​ພຣະອົງ​ສະແດງ​ໝາຍສຳຄັນ​ບາງ​ຢ່າງ.

Uka jalj uñjjattʼäta Copia luraña




ລູກາ 23:8
8 Jak'a apnaqawi uñst'ayäwi  

ແຕ່​ນາອາມານ​ໄດ້​ໜີໄປ​ພ້ອມ​ທັງ​ໃຈຮ້າຍ​ໃຫຍ່ ແລະ​ເວົ້າ​ວ່າ, “ຂ້ອຍ​ຄິດ​ວ່າ​ຢ່າງໜ້ອຍ​ເພິ່ນ​ກໍ​ຄວນ​ອອກ​ມາ​ຫາ​ຂ້ອຍ ແລະ​ພາວັນນາ​ອະທິຖານ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ເພິ່ນ, ວາງມື​ໃສ່​ເທິງ​ບ່ອນ​ທີ່​ເປັນ​ພະຍາດ ແລະ​ປິ່ນປົວ​ຂ້ອຍ​ໃຫ້​ຫາຍ​ດີ​ຊັ້ນ​ດອກ


ໃນ​ເວລາ​ນັ້ນ ເຮໂຣດ​ຜູ້​ປົກຄອງ​ແຂວງ​ຄາລີເລ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ.


ກະສັດ​ເຮໂຣດ ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພາະ​ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ບາງຄົນ​ໄດ້​ເວົ້າ​ວ່າ, “ໂຢຮັນ​ບັບຕິສະໂຕ​ຄືນ​ມີ​ຊີວິດ​ອີກ​ແລ້ວ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ເອີ້ນ​ປະຊາຊົນ​ກັບ​ພວກ​ສາວົກ​ມາ ແລະ​ກ່າວ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ ຢາກ​ຕາມ​ເຮົາ​ມາ ຜູ້ນັ້ນ​ຕ້ອງ​ຕັດ​ສິດ​ຂອງຕົນ​ເສຍ ແລະ​ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ ແລະ​ຕາມ​ເຮົາ​ມາ.


ພຣະອົງ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຄົງ​ຈະ​ກ່າວ​ຄຳ​ສຸພາສິດ​ຂໍ້​ນີ້ ຕໍ່​ເຮົາ​ເປັນ​ແນ່​ຄື​ວ່າ, ‘ທ່ານໝໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ’ ຄື ‘ບັນດາ​ການ ຊຶ່ງ​ພວກເຮົາ​ໄດ້ຍິນ​ວ່າ ທ່ານ​ໄດ້​ກະທຳ​ໃນ​ເມືອງ​ກາເປນາອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງຕົນ​ທີ່​ນີ້​ເໝືອນກັນ.”’


ໂດຍ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ມີ​ຣິດອຳນາດ​ຢ່າງ​ນີ້​ເໝືອນກັນ ເພື່ອ​ວ່າ​ເມື່ອ​ຂ້ານ້ອຍ​ຫາກ​ວາງ​ມື​ໃສ່​ຜູ້ໃດ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka