Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:53 - ພຣະຄຳພີສັກສິ

53 ແລ້ວ​ເພິ່ນ​ກໍ​ເອົາ​ພຣະສົບ​ນັ້ນ ລົງ​ມາ​ຈາກ​ໄມ້ກາງແຂນ ໃຊ້​ຜ້າປ່ານ​ຫໍ່ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ແຫ່ງ​ໜຶ່ງ ທີ່​ເຈາະ​ໄວ້​ໃນ​ໂງ່ນຫີນ ແລະ​ອຸບມຸງ​ນີ້​ຍັງ​ບໍ່ເຄີຍ​ວາງ​ສົບ​ຜູ້ໃດ​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

53 ຫລັງຈາກນັ້ນ ເພິ່ນ​ກໍ​ເອົາ​ສົບ​ຂອງ​ພຣະອົງ​ລົງ​ມາ ເອົາ​ຜ້າຝ້າຍລິນິນ​ຫໍ່ ແລະ ວາງ​ສົບ​ຂອງ​ພຣະອົງ​ໄວ້​ໃນ​ອຸບມຸງ​ທີ່​ເຈາະ​ໄວ້​ໃນ​ຫີນ ແລະ ອຸບມຸງ​ຝັງສົບ​ນີ້​ຍັງ​ບໍ່​ເຄີຍ​ວາງ​ສົບ​ຂອງ​ຜູ້ໃດ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ລູກາ 23:53
7 Jak'a apnaqawi uñst'ayäwi  

ທ່ານ​ຖືກ​ວາງ​ໄວ້​ໃນ​ອຸບມຸງ​ກັບ​ຄົນ​ຊົ່ວຊາມ ທ່ານ​ຖືກ​ຝັງ​ໄວ້​ກັບ​ຄົນຮັ່ງມີ​ເປັນດີ​ດ້ວຍ ເຖິງ​ວ່າ​ທ່ານ​ບໍ່ເຄີຍ​ກໍ່​ໂທດກຳ​ໄວ້​ເລີຍ​ກໍຕາມ ທ່ານ​ບໍ່ເຄີຍ​ເວົ້າຕົວະ​ແລະ​ຫລອກລວງ​ຜູ້ໃດ​ຈັກເທື່ອ.”


ໂຢເຊັບ​ໄດ້​ຊື້​ຜ້າປ່ານ ແລ້ວ​ໄດ້​ເອົາ​ພຣະສົບ​ລົງ​ມາ​ຈາກ​ໄມ້ກາງແຂນ ໃຊ້​ຜ້າປ່ານ​ນັ້ນ​ຫໍ່​ພຣະສົບ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຫີນ​ທີ່​ສະກັດ​ແລ້ວ ແລະ​ເພິ່ນ​ກໍ​ກື່ງ​ກ້ອນຫີນ​ໃຫຍ່​ອັດ​ປາກ​ອຸບມຸງ​ໄວ້.


ເພິ່ນ​ໄດ້​ເຂົ້າ​ໄປ​ຫາ​ປີລາດ ແລະ​ຂໍ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ.


ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ (ວັນ​ສຸກ) ແລະ​ເກືອບ​ຈະ​ເຖິງ​ວັນ​ຊະບາໂຕ​ແລ້ວ.


ໃນ​ບ່ອນ​ຄຶງ​ພຣະເຢຊູເຈົ້າ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ ແລະ​ຢູ່​ໃນ​ບ່ອນ​ນັ້ນ ມີ​ອຸບມຸງ​ໃໝ່​ທີ່​ບໍ່ເຄີຍ​ວາງ​ສົບ​ຜູ້ໃດ​ຈັກເທື່ອ.


ເມື່ອ​ພວກເຂົາ​ໄດ້​ເຮັດ​ທຸກສິ່ງ​ໃຫ້​ສຳເລັດ ຕາມ​ທີ່​ພຣະຄຳພີ​ໄດ້​ຂຽນ​ໄວ້​ກ່ຽວກັບ​ພຣະອົງ​ແລ້ວ ພວກເຂົາ​ກໍໄດ້​ເອົາ​ພຣະສົບ​ລົງ​ຈາກ​ໄມ້ກາງແຂນ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka