Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:51 - ພຣະຄຳພີສັກສິ

51 ເພິ່ນ​ຜູ້​ນີ້​ບໍ່ໄດ້​ເຫັນ​ດີ​ຕາມ​ມະຕິ ແລະ​ການ​ເຮັດ​ຂອງ​ພວກເຂົາ ເພິ່ນ​ເປັນ​ໄທ​ບ້ານ​ອາຣີມາທາຍ ຊຶ່ງ​ເປັນ​ບ້ານ​ຂອງ​ຊາດ​ຢິວ ທັງ​ເປັນ​ຜູ້​ຄອຍ​ຖ້າ​ຣາຊອານາຈັກ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

51 ເພິ່ນ​ຜູ້​ນີ້​ບໍ່​ໄດ້​ເຫັນດີ​ຕາມ​ມະຕິ ແລະ ການກະທຳ​ຂອງ​ຄົນ​ເຫລົ່ານັ້ນ. ເພິ່ນ​ມາ​ຈາກ​ເມືອງ​ອາຣີມາທາຍ​ແຂວງ​ຢູດາຍ ແລະ ເພິ່ນ​ກຳລັງ​ຄອຍ​ຖ້າ​ອານາຈັກ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 23:51
13 Jak'a apnaqawi uñst'ayäwi  

ໂອ ຂ້າແດ່​ພຣະເຈົ້າຢາເວ ອົງ​ທີ່​ຂ້ານ້ອຍ​ເຝົ້າ​ຄອງຫາ ເຊີນ​ມາ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ.


ຢ່າ​ເຂົ້າ​ຂ້າງ​ສຽງ​ສ່ວນຫລາຍ​ເມື່ອ​ພວກເຂົາ​ເຮັດ​ຜິດ ຫລື​ເມື່ອ​ພວກເຂົາ​ສະແດງ​ຫຼັກຖານ ເພື່ອ​ນຳ​ໄປ​ໃຊ້​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ.


ລູກ​ເອີຍ ເມື່ອ​ຄົນບາບ​ລໍ້ລວງ​ເຈົ້າ​ຢ່າ​ສູ່​ຍອມ​ເຮັດ​ຕາມ​ພວກເຂົາ.


“ຢ່າ​ສູ່​ຮ່ວມ​ແຜນການ​ກະບົດ​ນຳ​ປະຊາຊົນ ແລະ​ຢ່າ​ສູ່​ຢ້ານ​ສິ່ງ​ທີ່​ພວກເຂົາ​ຢ້ານ.


ເມື່ອ​ເຖິງ​ຕອນ​ຄໍ່າ ຊາຍ​ຮັ່ງມີ​ຄົນ​ໜຶ່ງ​ຈາກ​ບ້ານ​ອາຣີມາທາຍ​ກໍ​ມາ​ເຖິງ ລາວ​ຊື່​ວ່າ​ໂຢເຊັບ ແລະ​ເປັນ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະເຢຊູເຈົ້າ​ເໝືອນກັນ.


ໂຢເຊັບ​ໄທ​ອາຣີມາທາຍ ເພິ່ນ​ເປັນ​ສະມາຊິກ​ສະພາ​ສູງສຸດ​ທີ່​ມີ​ກຽດ​ຄົນ​ໜຶ່ງ ເພິ່ນ​ເປັນ​ຜູ້​ທີ່​ຄອງຄອຍ​ຖ້າ ການ​ມາ​ປາກົດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ ເພິ່ນ​ກ້າ​ເຂົ້າ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ພຣະສົບ​ຂອງ​ພຣະເຢຊູເຈົ້າ.


ຂະນະ​ນັ້ນ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ມີ​ຊາຍ​ຄົນ​ໜື່ງ​ຊື່​ວ່າ ຊີເມໂອນ ເພິ່ນ​ເປັນ​ຄົນ​ສິນທຳ ຢຳເກງ​ພຣະເຈົ້າ ແລະ​ໄດ້​ຄອຍຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ, ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ


ໃນ​ເວລາ​ນັ້ນ ນາງ​ກໍໄດ້​ເຂົ້າ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ເວົ້າ​ເຖິງ​ພຣະ​ກຸມມານ​ໃຫ້​ແກ່​ທຸກຄົນ ໃນ​ນະຄອນ​ເຢຣູຊາເລັມ​ຟັງ ຊຶ່ງ​ພວກເຂົາ​ກຳລັງ​ຄອຍ​ຖ້າ​ການ​ໄຖ່​ໃຫ້​ພົ້ນ​ນັ້ນ.


ແລ້ວ​ລາວ​ກໍ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ ເມື່ອໃດ​ທີ່​ທ່ານ​ມາ​ໃນ​ແຜ່ນດິນ​ຂອງທ່ານ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ​ເທີ້ນ.”


ເພິ່ນ​ໄດ້​ເຂົ້າ​ໄປ​ຫາ​ປີລາດ ແລະ​ຂໍ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ.


ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເອນການາ ຄົນ​ໃນ​ເຜົ່າ​ເອຟຣາອິມ ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ຣາມາ​ໃນ​ເຂດ​ເນີນພູ​ເອຟຣາອິມ. ລາວ​ເປັນ​ລູກຊາຍ​ຂອງ​ເຢໂຣຮາມ​ແລະ​ຫລານຊາຍ​ຂອງ​ເອລີຮູ ແລະ​ເປັນ​ຄົນ​ໃນ​ຄອບຄົວ​ໂຕຮູ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕະກຸນ​ຊູເຟ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka