Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:5 - ພຣະຄຳພີສັກສິ

5 ແຕ່​ພວກເຂົາ​ເວົ້າ​ຢືນຢັນ​ຕື່ມ​ຢ່າງ​ໜັກແໜ້ນ​ວ່າ, “ຄົນ​ນີ້​ໄດ້​ຍຸຍົງ​ຄົນ​ທັງຫລາຍ​ໃຫ້​ລຸກ​ຮື້​ຂຶ້ນ ແລະ​ສັ່ງສອນ​ທົ່ວ​ທັງ​ແຂວງ​ຢູດາຍ ເລີ່ມຕົ້ນ​ທີ່​ແຂວງ​ຄາລີເລ ແລະ​ບັດນີ້​ກໍ​ມາ​ຮອດ​ທີ່​ນີ້​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ແຕ່​ພວກເຂົາ​ຍັງ​ເວົ້າ​ຢືນຢັນ​ວ່າ, “ລາວ​ໃຊ້​ຄຳສອນ​ຍຸຍົງ​ປະຊາຊົນ​ທົ່ວ​ແຂວງ​ຢູດາຍ. ເລີ່ມ​ຕັ້ງແຕ່​ແຂວງ​ຄາລີເລ​ຕະຫລອດ​ຈົນ​ມາ​ເຖິງ​ທີ່​ນີ້​ແລ້ວ”.

Uka jalj uñjjattʼäta Copia luraña




ລູກາ 23:5
24 Jak'a apnaqawi uñst'ayäwi  

ກຸ່ມ​ຄົນ​ຊົ່ວຮ້າຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ໄວ້​ຄືກັບ​ຝູງ​ໝາ​ອ້ອມຮອບ​ຂ້ານ້ອຍ; ໝາຍ​ຈະ​ກັດກິນ​ທັງ​ແທງ ມື​ແທງ​ຕີນ​ຂອງ​ຂ້ານ້ອຍ.


ຂ້ານ້ອຍ​ຖືກ​ປິດລ້ອມ​ໂດຍ​ເຫຼົ່າ​ສັດຕູ ຜູ້​ເປັນ​ດັ່ງ​ໂຕສິງ​ທີ່​ກັດກິນ​ມະນຸດ. ແຂ້ວ​ມັນ​ນັ້ນ​ຄ້າຍ​ຄື​ຫອກ​ແລະ​ລູກສອນ ລີ້ນ​ມັນ​ຄ້າຍ​ຄື​ກັບ​ດາບ​ອັນ​ຄົມໆ.


ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.


ເມື່ອ​ພຣະເຢຊູເຈົ້າ​ສັ່ງສອນ​ພວກ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ແລ້ວ, ພຣະອົງ​ກໍໄດ້​ສະເດັດ​ຈາກ​ທີ່​ນັ້ນ​ໄປ​ສັ່ງສອນ ແລະ​ເທດສະໜາ​ປ່າວ​ປະກາດ​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຂົາ.


ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່ມີ​ຜົນ​ຫຍັງ ມີ​ແຕ່​ການ​ວຸ້ນວາຍ​ກຳລັງ​ເກີດຂຶ້ນ. ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ມາ​ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລະ​ເວົ້າ​ວ່າ, “ຂ້າພະເຈົ້າ​ບໍ່​ຂໍ​ຮັບຜິດຊອບ​ໃດໆ ສຳລັບ​ຄວາມ​ຕາຍ​ຂອງ​ຊາຍ​ຄົນ​ນີ້ ແຕ່​ແມ່ນ​ພວກທ່ານ​ເອງ​ທີ່​ຕ້ອງ​ຮັບຜິດຊອບ.”


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ຫລັງຈາກ​ໂຢຮັນ​ຖືກ​ຈັບ​ໃສ່​ຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.


ເມື່ອ​ພຣະເຢຊູເຈົ້າ​ຈາກ​ທີ່​ນັ້ນ​ໄປ​ແລ້ວ ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ ກໍ​ເລີ່ມຕົ້ນ​ໂຈມຕີ​ຕໍ່ຕ້ານ​ພຣະອົງ​ຢ່າງ​ໜັກ ແລະ​ຖາມ​ພຣະອົງ​ເຖິງ​ຫລາຍສິ່ງ​ຫລາຍຢ່າງ,


ແຕ່​ປະຊາຊົນ​ພ້ອມ​ກັນ​ຮ້ອງ​ຂຶ້ນ​ຈົນ​ສຸດ​ສຽງ ເພື່ອ​ໃຫ້​ພຣະອົງ​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ໃນ​ທີ່ສຸດ ສຽງ​ໂຮຮ້ອງ​ຂອງ​ພວກເຂົາ​ກໍ​ຊະນະ.


ເມື່ອ​ປີລາດ​ໄດ້ຍິນ​ພວກເຂົາ​ເວົ້າ​ຊື່​ຄາລີເລ ຈຶ່ງ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເປັນ​ຊາວ​ຄາລີເລ​ບໍ?”


ວັນ​ຕໍ່ມາ​ອີກ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ໄປ​ແຂວງ​ຄາລີເລ ພຣະອົງ​ໄດ້​ພົບ​ຟີລິບ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” (


ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ເອົາ​ມັນ​ໄປ ເອົາ​ມັນ​ໄປ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກ​ຫົວໜ້າ​ປະໂຣຫິດ​ໄດ້ຕອບ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ນອກຈາກ​ຈັກກະພັດ​(ກາຍຊາ).”


ພຣະເຢຊູເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ ທີ່​ບ້ານ​ການາ ແຂວງ​ຄາລີເລ, ໃນ​ທີ່ນັ້ນ ພຣະອົງ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ປາກົດ ແລະ​ພວກ​ສາວົກ​ກໍໄດ້​ເຊື່ອ​ໃນ​ພຣະອົງ.


ຄົນອື່ນ​ເວົ້າ​ວ່າ, “ເພິ່ນ​ເປັນ​ພຣະຄຣິດ.” ແຕ່​ຄົນອື່ນ​ເວົ້າ​ອີກ​ວ່າ, “ພຣະຄຣິດ​ຄົງ​ບໍ່​ມາ​ຈາກ​ຄາລີເລ.”


ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ນີໂກເດມ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ໃຫ້​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ​ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ບໍ່ເຄີຍ​ມີ​ຜູ້ທຳນວາຍ​ທີ່​ມາ ຈາກ​ຄາລີເລ.” [


ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ອັນ​ຍິ່ງໃຫຍ່ ທີ່​ໄດ້​ເກີດຂຶ້ນ​ທົ່ວ​ທັງ​ດິນແດນ​ຂອງ​ຢູດາຍ ຄື​ເຫດການ​ທີ່​ໄດ້​ເລີ່ມຕົ້ນ​ໃນ​ແຂວງ​ຄາລີເລ. ເມື່ອ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ປະກາດ​ໃຫ້​ທຸກຄົນ ຮັບ​ບັບຕິສະມາ​ຂອງຕົນ.


ການ​ໂຕ້ຖຽງ​ກັນ​ຮຸນແຮງ​ຍິ່ງ​ຂຶ້ນ ຈົນ​ນາຍພັນ​ຢ້ານ​ວ່າ ໂປໂລ​ອາດ​ຈະ​ຖືກ​ເຂົາ​ຍາດ​ຈັບ​ຈີກ​ເປັນ​ຕ່ອນໆ​ກໍໄດ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ໃນ​ທ່າມກາງ​ພວກເຂົາ ແລະ​ພາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ.


ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ດັ່ງນັ້ນ ກໍ​ເຈັບແຄ້ນ​ຢ່າງ​ສຸດຂີດ ຈົນ​ຄິດ​ຢາກ​ຂ້າ​ພວກ​ອັກຄະສາວົກ​ເສຍ.


ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ຊະເຕຟາໂນ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້ ພວກເຂົາ​ກໍ​ໂມໂຫ​ເຕັມທີ ແລະ​ຂົບ​ແຂ້ວ​ຄ້ຽວຟັນ​ໃສ່​ຊະເຕຟາໂນ​ດ້ວຍ​ຄວາມ​ເຈັບແຄ້ນ​ແໜ້ນໃຈ.


ໃນ​ຂະນະນັ້ນ ບັນດາ​ສະມາຊິກ​ສະພາ​ສູງສຸດ​ໄດ້​ຮ້ອງ​ຂຶ້ນ​ພ້ອມ​ທັງ​ເອົາ​ມື​ອັດ​ຫູ​ຂອງ​ຕົນ​ໄວ້ ແລ້ວ​ຕ່າງ​ກໍ​ຫລູບ​ໃສ່​ຊະເຕຟາໂນ​ທັນທີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka