Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະອົງ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ເອງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.

Uka jalj uñjjattʼäta Copia luraña




ລູກາ 23:3
14 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ໄດ້​ມາ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ​ຊາວ​ໂຣມ​ແລ້ວ ເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເວົ້າ​ດັ່ງນັ້ນ​ແລ້ວ.”


ແລ້ວ​ພວກເຂົາ​ກໍ​ຕັ້ງຕົ້ນ​ຄຳນັບ​ແບບ​ເຢາະເຢີ້ຍ​ພຣະອົງ ໂດຍ​ກ່າວ​ວ່າ, “ກະສັດ​ແຫ່ງ​ຊາດ​ຢິວ​ເອີຍ ຈົ່ງ​ຊົງ​ພຣະ​ຈະເລີນ​ເທີ້ນ.”


ສ່ວນ​ປີລາດ​ກໍໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ຖືກ​ແລ້ວ.”


ຂໍ​ໃຫ້​ພຣະຄຣິດ ກະສັດ​ຂອງ​ຊາດ​ອິດສະຣາເອນ ລົງ​ມາ​ຈາກ​ໄມ້ກາງແຂນ​ດຽວ​ນີ້​ເທາະ ເພື່ອ​ພວກເຮົາ​ຈະ​ໄດ້​ເຫັນ​ແລະ​ໄດ້​ເຊື່ອ.” ສ່ວນ​ສອງ​ຄົນ​ນັ້ນ ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ພ້ອມ​ກັບ​ພຣະເຢຊູເຈົ້າ ກໍ​ເວົ້າ​ໝິ່ນປະໝາດ​ພຣະອົງ​ເໝືອນກັນ.


ພວກເຂົາ​ທັງໝົດ​ຈຶ່ງ​ຖາມ​ວ່າ, “ຖ້າດັ່ງນັ້ນ ເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ບໍ?” ພຣະອົງ​ຕອບ​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ເວົ້າ​ວ່າ ເຮົາ​ເປັນ​ດັ່ງນັ້ນແຫລະ.”


ເທິງ​ຫົວ​ຂອງ​ພຣະອົງ​ມີ​ປ້າຍ​ໄມ້​ພ້ອມ​ກັບ​ມີ​ຂໍ້​ຄວາມ​ຂຽນ​ວ່າ, “ຜູ້​ນີ້​ເປັນ​ກະສັດ​ຂອງ​ຊາດ​ຢິວ.”


ນະທານາເອັນ ຕອບ​ພຣະອົງ​ວ່າ, “ພຣະອາຈານ​ເຈົ້າ​ເອີຍ, ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ທ່ານ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”


ດັ່ງນັ້ນ ປີລາດ​ຈຶ່ງ​ອອກ​ໄປ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ໄດ້​ຟ້ອງ​ຊາຍ​ຄົນ​ນີ້​ໃນ​ເລື່ອງ​ໃດ?”


ແລະ​ໄດ້​ຫຍັບ​ເຂົ້າ​ມາ​ຫາ​ພຣະອົງ​ທັງ​ເວົ້າ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ​ຊາດ​ຢິວ ຈົ່ງ​ໝັ້ນຍືນ.” ແລ້ວ​ພວກເຂົາ​ກໍ​ຕົບ​ໜ້າ​ພຣະອົງ.


ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka