Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:2 - ພຣະຄຳພີສັກສິ

2 ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ພວກເຂົາ​ໄດ້​ເລີ່ມ​ກ່າວຫາ​ພຣະອົງ ໂດຍ​ເວົ້າ​ວ່າ, “ພວກເຮົາ​ພົບ​ວ່າ​ຊາຍ​ຄົນ​ນີ້​ກຳລັງ​ໂຄ່ນລົ້ມ​ປະເທດຊາດ​ຂອງ​ພວກເຮົາ. ລາວ​ຄັດຄ້ານ​ການ​ເສຍພາສີ​ໃຫ້​ແກ່​ກາຍຊາ ແລະ ອ້າງ​ຕົນ​ວ່າ​ເປັນ​ພຣະຄຣິດເຈົ້າ ຄື​ເປັນ​ກະສັດ​ອົງ​ໜຶ່ງ”.

Uka jalj uñjjattʼäta Copia luraña




ລູກາ 23:2
33 Jak'a apnaqawi uñst'ayäwi  

ພໍ​ເຫັນ​ເອລີຢາ ເພິ່ນ​ກໍ​ກ່າວ​ວ່າ, “ເຈົ້າ​ຢູ່​ນີ້​ເອງ ເຈົ້າ​ຜູ້​ສ້າງ​ຄວາມ​ເດືອດຮ້ອນ​ຫລາຍ​ທີ່ສຸດ​ໃນ​ອານາຈັກ​ອິດສະຣາເອນ.”


ຄົນຊົ່ວ​ເປັນ​ພະຍານ​ຕໍ່ສູ້​ແລະ​ຟ້ອງຮ້ອງ​ຂ້ານ້ອຍ ໂດຍ​ທີ່​ຂ້ານ້ອຍ​ບໍ່​ຮູ້​ຫຍັງ​ຈັກດີ້.


ພວກເຈົ້າ​ມີ​ແຕ່​ຢາກ​ໃຫ້​ລາວ​ຕົກ​ຈາກ​ຕຳແໜ່ງ​ສູງ ພວກເຈົ້າ​ພໍໃຈ​ຫລາຍ​ແທ້​ທີ່​ໄດ້​ຕົວະ. ພວກເຈົ້າ​ກ່າວ​ຄຳຕ່າງໆ ເປັນ​ຄຳອວຍພອນ ພາຍ​ໃນໃຈ​ພັດ​ເຕັມແຕ່​ຄຳສາບແຊ່ງ.


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


ແລ້ວ​ບັນດາ​ຂ້າຣາຊການ​ກໍ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ລາວ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ຢູ່​ໃນ​ເມືອງ​ເສຍກຳລັງໃຈ ໂດຍ​ເວົ້າ​ເຊັ່ນນີ້; ລາວ​ຈະ​ເຮັດ​ຢ່າງ​ດຽວກັນ​ອີກ​ຕໍ່​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນີ້. ລາວ​ບໍ່ໄດ້​ພະຍາຍາມ​ຊ່ວຍເຫລືອ​ປະຊາຊົນ​ເລີຍ; ລາວ​ມີ​ແຕ່​ຫາ​ຄວາມທຸກ​ມາ​ໃຫ້​ພວກເຂົາ.”


ແລ້ວ​ອາມາຊີຢາ ປະໂຣຫິດ​ແຫ່ງ​ເມືອງ​ເບັດເອນ ກໍ​ລາຍງານ​ໃຫ້​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ​ວ່າ, “ອາໂມດ​ກຳລັງ​ວາງແຜນ​ຄົບຄິດ​ກັບ​ພວກ​ປະຊາຊົນ ກະບົດ​ຕໍ່ສູ້​ທ່ານ. ຄຳ​ເວົ້າ​ຂອງ​ລາວ​ຈະ​ທຳລາຍ​ປະເທດ.


ຂ້າພະເຈົ້າ​ໝົດ​ຄວາມ​ອົດທົນ​ກັບ​ຄົນລ້ຽງແກະ​ອື່ນ​ສາມ​ຄົນ ທີ່​ກຽດຊັງ​ຂ້າພະເຈົ້າ; ພຽງ​ເດືອນ​ດຽວ​ເທົ່ານັ້ນ ຂ້າພະເຈົ້າ​ກໍໄດ້​ກຳຈັດ​ພວກເຂົາ​ທັງໝົດ.


ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກເບັດ​ທີ່​ທະເລສາບ​ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ໃຫ້​ເຈົ້າ​ງະ​ປາກ​ມັນ​ອອກ ແລະ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ໜຶ່ງ​ຢູ່​ໃນ​ປາກ​ຂອງ​ມັນ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າ​ບຳລຸງ​ພຣະວິຫານ​ສຳລັບ​ເຮົາ​ແລະ​ເຈົ້າ.”


ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.” ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ໃຫ້​ແກ່​ພຣະເຈົ້າ.”


ເມື່ອ​ພຣະເຢຊູເຈົ້າ​ໄດ້​ມາ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ​ຊາວ​ໂຣມ​ແລ້ວ ເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເວົ້າ​ດັ່ງນັ້ນ​ແລ້ວ.”


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ສົ່ງຄືນ​ແກ່​ພຣະເຈົ້າ.” ເມື່ອ​ທຸກຄົນ​ໄດ້ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ພຣະອົງ.


ສ່ວນ​ປີລາດ​ກໍໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ຖືກ​ແລ້ວ.”


ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ໄດ້​ນຳ​ຊາຍ​ຄົນ​ນີ້​ມາ ແລະ​ກ່າວຫາ​ວ່າ ລາວ​ເປັນ​ຜູ້​ຊັກຊວນ​ປະຊາຊົນ​ໃຫ້​ຫລົງ​ຜິດ ບັດນີ້ ເຮົາ​ສືບສວນ​ລາວ​ຊ້ອງໜ້າ​ພວກເຈົ້າ​ແລ້ວ ແລະ​ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຂໍ້ໃດ​ຂໍ້ໜຶ່ງ ຕາມ​ທີ່​ພວກເຈົ້າ​ກ່າວຫາ​ລາວ​ນັ້ນ​ແຕ່​ປະການ​ໃດ.


ແຕ່​ພວກເຂົາ​ເວົ້າ​ຢືນຢັນ​ຕື່ມ​ຢ່າງ​ໜັກແໜ້ນ​ວ່າ, “ຄົນ​ນີ້​ໄດ້​ຍຸຍົງ​ຄົນ​ທັງຫລາຍ​ໃຫ້​ລຸກ​ຮື້​ຂຶ້ນ ແລະ​ສັ່ງສອນ​ທົ່ວ​ທັງ​ແຂວງ​ຢູດາຍ ເລີ່ມຕົ້ນ​ທີ່​ແຂວງ​ຄາລີເລ ແລະ​ບັດນີ້​ກໍ​ມາ​ຮອດ​ທີ່​ນີ້​ແລ້ວ.”


ດັ່ງນັ້ນ ປີລາດ​ຈຶ່ງ​ອອກ​ໄປ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ໄດ້​ຟ້ອງ​ຊາຍ​ຄົນ​ນີ້​ໃນ​ເລື່ອງ​ໃດ?”


ພວກເຂົາ​ຕອບ​ວ່າ, “ຖ້າ​ລາວ​ບໍ່​ເປັນ​ຜູ້ຮ້າຍ​ແລ້ວ ພວກ​ຂ້ານ້ອຍ​ກໍ​ຈະ​ບໍ່ໄດ້​ນຳ​ລາວ​ມາ​ມອບ​ໃຫ້​ທ່ານ​ດອກ.”


ເມື່ອ​ປີລາດ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ເພິ່ນ​ຈຶ່ງ​ຊອກ​ຫາ​ວິທີ​ທາງ​ທີ່​ຈະ​ປ່ອຍ​ພຣະອົງ, ແຕ່​ປະຊາຊົນ​ໄດ້​ຮ້ອງ​ໃສ່​ເພິ່ນ​ວ່າ, “ຖ້າ​ທ່ານ​ປ່ອຍ​ຄົນ​ນີ້​ໄປ ກໍ​ສະແດງ​ວ່າ​ທ່ານ​ບໍ່​ເປັນ​ມິດ​ກັບ​ຈັກກະພັດ ຜູ້ໃດ​ທີ່​ປະກາດ​ຕົວ​ເອງ​ວ່າ​ເປັນ​ກະສັດ ລາວ​ກໍ​ປະກາດ​ຕົວ​ຕໍ່ສູ້​ຈັກກະພັດ.”


ເຫດການ​ທັງປວງ​ທີ່​ພວກເຂົາ​ກຳລັງ​ຟ້ອງ​ຂ້ານ້ອຍ​ດຽວ​ນີ້ ພວກເຂົາ​ພິສູດ​ບໍ່ໄດ້.


ພວກ​ຂ້າພະເຈົ້າ​ເຫັນ​ວ່າ ຊາຍ​ຄົນ​ນີ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ຮ້າຍແຮງ​ຕໍ່​ບ້ານ​ເມືອງ, ລາວ​ຍຸແຍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ໃນ​ທ່າມກາງ​ພວກ​ຢິວ​ທົ່ວ​ໂລກນີ້ ແລະ​ລາວ​ກໍ​ເປັນ​ຜູ້ນຳ​ຂອງ​ລັດທິ​ນາຊາເຣັດ.


ຈົ່ງ​ໃຫ້​ແກ່​ທຸກຄົນ ຕາມ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ພາສີ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ຄວາມ​ຢຳເກງ​ຄວນ​ມີ​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ກຽດຕິຍົດ​ຄວນ​ໃຫ້​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka