Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:11 - ພຣະຄຳພີສັກສິ

11 ຝ່າຍ​ເຮໂຣດ​ກັບ​ທະຫານ​ຂອງຕົນ​ຕ່າງ​ກໍ​ເຢາະເຢີ້ຍ ແລະ​ດູໝິ່ນ​ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອ​ໂຕ​ທີ່​ງົດງາມ​ໃຫ້​ພຣະອົງ​ນຸ່ງ ແລະ​ສົ່ງ​ພຣະອົງ​ຄືນ​ໄປ​ຫາ​ປີລາດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ຫລັງຈາກນັ້ນ ເຮໂຣດ​ກັບ​ບັນດາ​ທະຫານ​ຂອງ​ຕົນ​ກໍ​ໄດ້​ເຢາະເຢີ້ຍ ແລະ ໄດ້​ດູໝິ່ນ​ພຣະອົງ, ເອົາ​ເສື້ອຄຸມ​ທີ່​ສະຫງ່າງາມ​ມາ​ນຸ່ງ​ໃຫ້​ພຣະອົງ ແລ້ວ​ສົ່ງ​ພຣະອົງ​ກັບ​ຄືນ​ໄປ​ຫາ​ປີລາດ.

Uka jalj uñjjattʼäta Copia luraña




ລູກາ 23:11
16 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ບໍ່ແມ່ນ​ມະນຸດ​ແຕ່​ເປັນ​ພຽງ​ໂຕ​ໜອນ ທີ່​ທຸກຄົນ​ຫຍໍ້ຫຍັນ​ແລະ​ກຽດຊັງ


ພຣະເຈົ້າຢາເວ​ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະ​ຜູ້ໄຖ່​ກ່າວ​ແກ່​ຜູ້​ທີ່​ຖືກ​ດູໝິ່ນ​ໜັກ ຄື​ຜູ້​ທີ່​ບັນດາ​ນາໆ​ຊາດ​ພາກັນ​ກຽດຊັງ ທັງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກ​ນັກປົກຄອງ​ວ່າ, “ກະສັດ​ຈະ​ເຫັນ​ເຈົ້າ​ຖືກ​ປ່ອຍຕົວ​ໄປ ພວກເຂົາ​ຈະ​ລຸກຂຶ້ນ​ຢືນ​ສະແດງ​ຄວາມ​ເຄົາຣົບ​ຕໍ່​ເຈົ້າ; ພວກ​ເຈົ້າຊາຍ​ກໍ​ຈະ​ໄດ້​ເຫັນ​ເຫດການ​ນີ້​ຄືກັນ ແລະ​ພວກເຂົາ​ຈະ​ກົ້ມ​ລົງ​ໃຫ້ກຽດ​ແກ່​ເຈົ້າ.” ສິ່ງນີ້​ຈະ​ເກີດຂຶ້ນ​ເພາະ​ພຣະເຈົ້າຢາເວ​ກະທຳການ ພຣະອົງ​ໄດ້​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເປັນ​ອົງ​ບໍຣິສຸດ ຊົງ​ຮັກສາ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກະທຳ​ໄວ້.


ພວກເຮົາ​ດູໝິ່ນ​ປະໝາດ​ແລະ​ປະຖິ້ມ​ທ່ານ​ໄປ ທ່ານ​ໄດ້​ທົນທຸກ​ນາໆ ແລະ​ທົນ​ຕໍ່​ຄວາມ​ເຈັບປວດ. ບໍ່ມີ​ຜູ້ໃດ​ແມ່ນແຕ່​ຈະ​ຫລຽວແລ​ເບິ່ງ​ທ່ານ​ເລີຍ ຕ່າງ​ກໍ​ເມີນເສີຍ​ດັ່ງ​ເພິ່ນ​ບໍ່ມີ​ຫຍັງ​ຈັກດີ້.


ໃນ​ເວລາ​ນັ້ນ ເຮໂຣດ​ຜູ້​ປົກຄອງ​ແຂວງ​ຄາລີເລ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ.


ດ້ວຍວ່າ, ເຮໂຣດ​ໄດ້​ສັ່ງ​ຈັບ​ໂຢຮັນ​ລ່າມໂສ້ ແລະ​ນຳ​ໄປ​ຂັງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮໂຣເດຍ ເມຍ​ຂອງ​ຟີລິບ​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງຕົນ.


ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ເຮໂຣດ ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ຟ້ອນ​ລຳ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ​ມາ ເຮໂຣດ​ພໍໃຈ​ຫລາຍ


ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຈິງ​ຢູ່ ເອລີຢາ​ຕ້ອງ​ມາ​ກ່ອນ ເພື່ອ​ຈັດແຈງ​ທຸກສິ່ງ​ຄືນ​ສູ່​ສະພາບ​ເດີມ ແລະ​ເປັນ​ດ້ວຍເຫດໃດ​ພຣະທຳ​ພຣະເຈົ້າ ຂຽນ​ໄວ້​ວ່າ ບຸດ​ມະນຸດ​ຈະ​ຖືກ​ທົນທຸກ​ທໍລະມານ​ຢ່າງ​ໜັກໜ່ວງ​ຫລາຍ​ປະການ ແລະ​ເພິ່ນ​ຈະ​ຖືກ​ປະຖິ້ມ ແລະ​ຖືກ​ໝິ່ນປະໝາດ?


ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ກໍ​ຢູ່​ທີ່​ນັ້ນ ກ່າວ​ຟ້ອງ​ພຣະອົງ​ຢ່າງ​ແຂງແຮງ.


ພຣະເຢຊູເຈົ້າ​ອອກ​ມາ​ໂດຍ​ມີ​ມົງກຸດ​ໜາມ​ສວມ​ທີ່​ຫົວ ແລະ​ນຸ່ງ​ເສື້ອຄຸມ​ສີມ່ວງ​ອ່ອນ, ປີລາດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເບິ່ງ​ຊາຍ​ຄົນ​ນີ້​ແມ.”


ຖ້າ​ວ່າ​ມີ​ຄົນ​ຫນຶ່ງ​ຖື​ແຫວນ​ຄຳ ແລະ​ແຕ່ງຕົວ​ງົດງາມ​ເຂົ້າ​ມາ​ໃນ​ທີ່​ປະຊຸມ​ຂອງ​ພວກເຈົ້າ ແລະ​ມີ​ຄົນ​ທຸກຈົນ​ຜູ້ໜຶ່ງ​ນຸ່ງ​ເຄື່ອງ​ເປື້ອນເປິ​ເຂົ້າ​ມາ​ເໝືອນກັນ.


ຖ້າ​ພວກເຈົ້າ​ຈະ​ສົນໃຈ​ໃນ​ຄົນ​ທີ່​ແຕ່ງຕົວ​ງົດງາມ​ນັ້ນ ແລະ​ທັງ​ກ່າວ​ທັກທາຍ​ປາໄສ​ຮັບຕ້ອນ​ຜູ້​ນັ້ນ​ວ່າ, “ເຊີນ​ນັ່ງ​ບ່ອນ​ເໝາະສົມ​ນີ້​ເທີ້ນ,” ແລະ​ໃນຂະນະ​ດຽວກັນ​ນັ້ນ ເຈົ້າ​ຈະ​ກ່າວ​ແກ່​ຄົນ​ທຸກຈົນ​ນັ້ນ​ວ່າ, “ໃຫ້​ເຈົ້າ​ຢືນ​ຢູ່​ຫັ້ນ,” ຫລື “ໃຫ້​ເຈົ້າ​ນັ່ງ​ທີ່​ຕັ່ງ​ຮອງ​ຕີນ​ເຮົາ​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka