Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:10 - ພຣະຄຳພີສັກສິ

10 ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ​ກໍ​ຢູ່​ທີ່​ນັ້ນ ກ່າວ​ຟ້ອງ​ພຣະອົງ​ຢ່າງ​ແຂງແຮງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ກໍ​ຢືນ​ຢູ່​ທີ່​ນັ້ນ ແລະ ກ່າວຫາ​ພຣະອົງ​ຢ່າງ​ຮຸນແຮງ.

Uka jalj uñjjattʼäta Copia luraña




ລູກາ 23:10
8 Jak'a apnaqawi uñst'ayäwi  

ແຕ່​ຂໍ້​ກ່າວໂທດ​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່​ນັ້ນ ພຣະອົງ​ບໍ່​ຕອບ​ຫຍັງ​ເລີຍ.


ເມື່ອ​ພຣະເຢຊູເຈົ້າ​ຈາກ​ທີ່​ນັ້ນ​ໄປ​ແລ້ວ ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ ກໍ​ເລີ່ມຕົ້ນ​ໂຈມຕີ​ຕໍ່ຕ້ານ​ພຣະອົງ​ຢ່າງ​ໜັກ ແລະ​ຖາມ​ພຣະອົງ​ເຖິງ​ຫລາຍສິ່ງ​ຫລາຍຢ່າງ,


ຝ່າຍ​ເຮໂຣດ​ກັບ​ທະຫານ​ຂອງຕົນ​ຕ່າງ​ກໍ​ເຢາະເຢີ້ຍ ແລະ​ດູໝິ່ນ​ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອ​ໂຕ​ທີ່​ງົດງາມ​ໃຫ້​ພຣະອົງ​ນຸ່ງ ແລະ​ສົ່ງ​ພຣະອົງ​ຄືນ​ໄປ​ຫາ​ປີລາດ.


ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເລີ່ມ​ກ່າວ​ຟ້ອງ​ພຣະອົງ​ວ່າ, “ພວກເຮົາ​ຈັບ​ຄົນ​ນີ້​ໄດ້ ໃນ​ຂະນະທີ່​ກຳລັງ​ຊັກຊວນ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ກໍ່​ການ​ປັ່ນປ່ວນ ໂດຍ​ຫ້າມ​ບໍ່​ໃຫ້​ເສຍສ່ວຍ​ແກ່​ຈັກກະພັດ ແລະ​ອ້າງ​ຕົນ​ວ່າ ເປັນ​ພຣະຄຣິດ​ຄື​ກະສັດ​ຜູ້ໜຶ່ງ.”


ແຕ່​ພວກເຂົາ​ເວົ້າ​ຢືນຢັນ​ຕື່ມ​ຢ່າງ​ໜັກແໜ້ນ​ວ່າ, “ຄົນ​ນີ້​ໄດ້​ຍຸຍົງ​ຄົນ​ທັງຫລາຍ​ໃຫ້​ລຸກ​ຮື້​ຂຶ້ນ ແລະ​ສັ່ງສອນ​ທົ່ວ​ທັງ​ແຂວງ​ຢູດາຍ ເລີ່ມຕົ້ນ​ທີ່​ແຂວງ​ຄາລີເລ ແລະ​ບັດນີ້​ກໍ​ມາ​ຮອດ​ທີ່​ນີ້​ແລ້ວ.”


ດັ່ງນັ້ນ ເຮໂຣດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ຫລາຍ​ຂໍ້ ແຕ່​ພຣະອົງ​ບໍ່​ຕອບ​ຈັກ​ຄຳ.


ພວກ​ຂ້າພະເຈົ້າ​ເຫັນ​ວ່າ ຊາຍ​ຄົນ​ນີ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ຮ້າຍແຮງ​ຕໍ່​ບ້ານ​ເມືອງ, ລາວ​ຍຸແຍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ໃນ​ທ່າມກາງ​ພວກ​ຢິວ​ທົ່ວ​ໂລກນີ້ ແລະ​ລາວ​ກໍ​ເປັນ​ຜູ້ນຳ​ຂອງ​ລັດທິ​ນາຊາເຣັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka