1 ແລ້ວທີ່ປະຊຸມທັງໝົດໄດ້ລຸກຂຶ້ນ ແລະຄຸມຕົວພຣະເຢຊູເຈົ້າໄປຫາປີລາດ.
1 ຫລັງຈາກນັ້ນ ທີ່ປະຊຸມທັງໝົດຈຶ່ງລຸກຂຶ້ນ ແລະ ນຳພຣະອົງໄປຫາປີລາດ
ເມື່ອຮຸ່ງເຊົ້າມາ ພວກເຖົ້າແກ່ ພວກຫົວໜ້າປະໂຣຫິດ ແລະພວກທຳມະຈານໄດ້ປະຊຸມກັນ ແລະພວກເຂົາໄດ້ຄຸມຕົວພຣະອົງ ມາຢູ່ຕໍ່ໜ້າສະພາສູງສຸດ.
ແລ້ວພວກເຂົາກໍເວົ້າວ່າ, “ພວກເຮົາບໍ່ຕ້ອງການພະຍານຫຼັກຖານໃດໆອີກແລ້ວ ພວກເຮົາເອງຕ່າງກໍໄດ້ຍິນຄຳເວົ້າຈາກປາກຂອງມັນເອງແລ້ວ.”
ຈິງແທ້ ດ້ວຍວ່າ, ເຮໂຣດກັບປົນທຽວປີລາດໄດ້ມາໃນເມືອງນີ້ ປະຊຸມກັນກັບຄົນຕ່າງຊາດ ແລະປະຊາຊົນອິດສະຣາເອນ ເພື່ອຕໍ່ສູ້ພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ອົງບໍຣິສຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ຫົດສົງໄວ້ແລ້ວ.