Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:44 - ພຣະຄຳພີສັກສິ

44 ເມື່ອ​ຊົງ​ເກີດ​ເປັນທຸກ​ວຸ້ນວາຍ​ຫລາຍ​ຂຶ້ນ ພຣະອົງ​ກໍ​ຊົງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫລາຍ ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນເມັດ​ໃຫຍ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

44 ພຣະເຢຊູເຈົ້າ​ທຸກໃຈ​ຫລາຍ, ພຣະອົງ​ຕັ້ງໃຈ​ອະທິຖານ​ຫລາຍ​ຂຶ້ນ ແລະ ເຫື່ອ​ຂອງ​ພຣະອົງ​ເປັນ​ຄື​ເລືອດ​ໄຫລ​ຢາດ​ລົງ​ທີ່​ພື້ນດິນ.

Uka jalj uñjjattʼäta Copia luraña




ລູກາ 22:44
16 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


ນາງ​ຮ້ອງ​ໃສ່​ທຸກຄົນ​ຜ່ານ​ໄປ​ວ່າ, “ເບິ່ງ​ຂ້ອຍ​ແດ່ ບໍ່ມີ​ຜູ້ໃດ​ທີ່​ເຈັບປວດ​ເໝືອນ​ດັ່ງ​ຂ້ອຍ ເປັນ​ຄວາມ​ເຈັບປວດ​ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ ໃຫ້​ຂ້ອຍ​ໄດ້​ຮັບ​ຄາວ​ທີ່​ພຣະອົງ​ໂກດຮ້າຍ.


ເມື່ອ​ລຸກ​ຂຶ້ນ​ຈາກ​ການ​ພາວັນນາ​ອະທິຖານ​ແລ້ວ ພຣະອົງ​ກໍ​ກັບ​ມາ​ຫາ​ພວກ​ສາວົກ ແລະ​ພົບ​ພວກເພິ່ນ​ກຳລັງ​ນອນ​ຫລັບ​ອິດອ່ອນ​ດ້ວຍ​ຄວາມ​ທຸກໂສກ.


“ບັດນີ້ ຈິດໃຈ​ຂອງເຮົາ​ວຸ້ນວາຍ ແລະ​ເຮົາ​ຈະ​ວ່າ​ຢ່າງ​ໃດ? ເຮົາ​ຄວນ​ຈະ​ເວົ້າ​ວ່າ, ‘ໂອ ພຣະບິດາເຈົ້າ​ເອີຍ ຂໍ​ໃຫ້​ຂ້ານ້ອຍ​ລອດພົ້ນ​ຈາກ​ຍາມ​ນີ້​ທ້ອນ​ຢ່າງ​ນັ້ນ​ຫລື?’ ກໍ​ວ່າ​ບໍ່ໄດ້, ທີ່​ເຮົາ​ໄດ້​ມາ​ໃນ​ຍາມ​ນີ້​ກໍ​ເພື່ອ​ການ​ນີ້​ແຫຼະ.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ຝ່າຍ​ພຣະບຸດ​ນັ້ນ ຂະນະ​ເມື່ອ​ຊົງ​ເປັນ​ມະນຸດ​ຢູ່ ພຣະອົງ​ໄດ້​ຊົງ​ຖວາຍ​ຄຳ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ດ້ວຍ​ການ​ຮ້ອງໄຫ້​ຢ່າງ​ໜັກ ແລະ​ມີ​ນໍ້າຕາ​ໄຫລ​ຮ້ອງຂໍ​ຕໍ່​ພຣະເຈົ້າ ຜູ້​ຊົງ​ສາມາດ​ໂຜດ​ໃຫ້​ພຣະອົງ​ພົ້ນ​ຈາກ​ຕາຍ​ໄດ້ ແລະ​ຊົງ​ນ້ອມ​ຮັບ​ຟັງ ເນື່ອງ​ດ້ວຍ​ຄວາມ​ຢຳເກງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka