Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:16 - ພຣະຄຳພີສັກສິ

16 ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ອາຫານ​ນີ້​ອີກ ຈົນກວ່າ​ຄວາມ​ໝາຍ​ຂອງ​ເລື່ອງ​ນີ້ ຈະ​ເຖິງ​ທີ່​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ບໍ່​ກິນ​ປັດສະຄາ​ນີ້​ອີກ​ຈົນ​ກວ່າ​ປັດສະຄາ​ນີ້​ຈະ​ສຳເລັດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.

Uka jalj uñjjattʼäta Copia luraña




ລູກາ 22:16
11 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ.


ເມື່ອ​ຜູ້ໜຶ່ງ ໃນ​ບັນດາ​ຄົນ​ທີ່​ກຳລັງ​ນັ່ງ​ຮ່ວມ​ພາເຂົ້າ​ກັບ​ພຣະເຢຊູເຈົ້າ ໄດ້ຍິນ​ເຊັ່ນ​ນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຜູ້​ທີ່​ຈະ​ນັ່ງ​ຮ່ວມ​ຮັບປະທານ​ອາຫານ ທີ່​ງານກິນລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ສຸກ​ແທ້​ໜໍ.”


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ມີ​ຄວາມ​ປາຖະໜາ​ຢ່າງ​ເຕັມໃຈ ທີ່​ຈະ​ກິນ​ອາຫານ​ປັດສະຄາ​ນີ້​ກັບ​ພວກເຈົ້າ ກ່ອນ​ເຮົາ​ຈະ​ທົນທຸກ​ທໍລະມານ


ເຮົາ​ບອກ​ພວກເຈົ້າ​ວ່າ ຕັ້ງແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ ຈົນກວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ປາກົດ.”


ເພື່ອ​ພວກເຈົ້າ​ຈະ​ກິນ​ແລະ​ດື່ມ​ທີ່​ໂຕະ​ຂອງເຮົາ ໃນ​ອານາຈັກ​ຂອງເຮົາ ແລະ​ເພື່ອ​ພວກເຈົ້າ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ ເພື່ອ​ພິພາກສາ​ຕັດສິນ​ຊາດ​ອິດສະຣາເອນ​ທັງ​ສິບສອງ​ເຜົ່າ​ນັ້ນ.”


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


ບໍ່ໄດ້​ຊົງ​ໃຫ້​ປາກົດ​ແກ່​ພົນລະເມືອງ​ທົ່ວ​ໄປ, ແຕ່​ຊົງ​ປາກົດ​ແກ່​ພວກ​ພະຍານ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ລ່ວງໜ້າ ຄື​ຊົງ​ປາກົດ​ແກ່​ພວກ​ຂ້າພະເຈົ້າ ຜູ້​ໄດ້​ກິນ​ແລະ​ໄດ້​ດື່ມ​ດ້ວຍກັນ​ກັບ​ພຣະອົງ ພາຍ​ຫລັງ​ທີ່​ພຣະອົງ​ໄດ້​ຊົງ​ຄືນພຣະຊົນ.


ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ, ຄວາມສຸກ​ມີ​ແກ່​ຄົນ​ທັງຫລາຍ ທີ່​ໄດ້​ຮັບ​ເຊີນ​ມາ​ໃນ​ງານ​ລ້ຽງ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ນັ້ນ” ແລະ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້ ເປັນ​ພຣະທຳ​ທ່ຽງແທ້​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka