ລູກາ 22:12 - ພຣະຄຳພີສັກສິ12 ເຈົ້າຂອງເຮືອນຈະຊີ້ໃຫ້ພວກເຈົ້າເຫັນຫ້ອງໂຖງຊັ້ນເທິງ ທີ່ຕົບແຕ່ງໄວ້ຮຽບຮ້ອຍແລ້ວ ບ່ອນນັ້ນແຫຼະ ທີ່ພວກເຈົ້າຈະຈັດຕຽມທຸກສິ່ງໄວ້ສຳລັບພວກເຮົາ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ເຈົ້າຂອງເຮືອນຈະໃຫ້ພວກເຈົ້າເຫັນຫ້ອງໃຫຍ່ຊັ້ນເທິງ, ເຊິ່ງຕົບແຕ່ງຕຽມໄວ້ຮຽບຮ້ອຍແລ້ວ. ຈົ່ງຈັດຕຽມປັດສະຄາຢູ່ບ່ອນນັ້ນ”. Uka jalj uñjjattʼäta |
ແລ້ວພຣະອົງກໍກ່າວແກ່ເປໂຕເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕທຸກໃຈທີ່ພຣະເຢຊູເຈົ້າໄດ້ຖາມຕົນເຖິງສາມເທື່ອວ່າ, “ເຈົ້າຮັກເຮົາບໍ?” ສະນັ້ນ ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຮູ້ຈັກທຸກໆສິ່ງ ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.