Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 22:11 - ພຣະຄຳພີສັກສິ

11 ແລະ ເວົ້າ​ກັບ​ເຈົ້າ​ຂອງ​ເຮືອນ​ວ່າ, ‘ອາຈານ​ໃຫ້​ຖາມ​ທ່ານ​ວ່າ ຫ້ອງ​ທີ່​ເພິ່ນ​ກັບ​ພວກ​ສາວົກ​ຈະ​ກິນ​ອາຫານ​ປັດສະຄາ​ຢູ່​ໃສ?’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແລະ ຈົ່ງ​ບອກ​ເຈົ້າຂອງ​ເຮືອນ​ວ່າ, ‘ທ່ານ​ອາຈານ​ຖາມ​ວ່າ: ຫ້ອງ​ຮັບແຂກ​ຢູ່​ທີ່​ໃດ, ບ່ອນ​ທີ່​ເຮົາ​ຈະ​ກິນ​ອາຫານ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ໃດ?’

Uka jalj uñjjattʼäta Copia luraña




ລູກາ 22:11
9 Jak'a apnaqawi uñst'ayäwi  

ຖ້າ​ມີ​ຜູ້ໃດ​ເວົ້າ​ສິ່ງໃດ ຈົ່ງ​ບອກ​ຜູ້​ນັ້ນ​ວ່າ, ‘ພຣະອົງເຈົ້າ ຕ້ອງການ.’ ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ທັນທີ.”


ລາວ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ​ຈົ່ງ​ເວົ້າ​ກັບ​ເຈົ້າ​ຂອງ​ເຮືອນ​ນັ້ນ​ວ່າ, ‘ອາຈານ​ຖາມ​ວ່າ ຫ້ອງ​ທີ່​ເພິ່ນ​ກັບ​ພວກ​ສາວົກ​ຂອງ​ເພິ່ນ ຈະ​ກິນ​ອາຫານ​ປັດສະຄາ​ຢູ່ໃສ?’


ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ແກ້​ມັນ​ໄປ​ເຮັດ​ຫຍັງ?’ ຈົ່ງ​ຕອບ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ຕ້ອງການ.”’


ພວກເພິ່ນ​ຕອບ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຕ້ອງການ.”


ເມື່ອ​ພຣະເຢຊູເຈົ້າ​ມາ​ເຖິງ​ບ່ອນ​ນັ້ນ ພຣະອົງ​ກໍ​ແຫງນ​ໜ້າ​ເບິ່ງ​ຊັກຂ່າຍ ແລະ​ກ່າວ​ແກ່​ລາວ​ວ່າ, “ຊັກຂ່າຍ​ເອີຍ ຮີບ​ລົງ​ມາ ເພາະ​ວັນ​ນີ້​ເຮົາ​ຕ້ອງ​ພັກ​ຢູ່​ທີ່​ເຮືອນ​ຂອງ​ເຈົ້າ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໝໍ້​ນໍ້າ​ມາ​ພົບ​ພວກເຈົ້າ. ຈົ່ງ​ຕາມ​ໄປ​ເຮືອນ​ທີ່​ລາວ​ເຂົ້າ​ໄປ​ນັ້ນ,


ເຈົ້າຂອງ​ເຮືອນ​ຈະ​ຊີ້​ໃຫ້​ພວກເຈົ້າ​ເຫັນ​ຫ້ອງ​ໂຖງ​ຊັ້ນ​ເທິງ ທີ່​ຕົບແຕ່ງ​ໄວ້​ຮຽບຮ້ອຍ​ແລ້ວ ບ່ອນ​ນັ້ນ​ແຫຼະ ທີ່​ພວກເຈົ້າ​ຈະ​ຈັດຕຽມ​ທຸກສິ່ງ​ໄວ້​ສຳລັບ​ພວກເຮົາ.”


ຫລັງຈາກ​ມາທາ​ກ່າວ​ດັ່ງນີ້​ແລ້ວ ນາງ​ກໍ​ກັບຄືນ​ເຂົ້າ​ໄປ ແລະ​ເອີ້ນ​ມາຣີ ນ້ອງສາວ​ຂອງຕົນ​ໄປ​ຕ່າງຫາກ ມາທາ​ບອກ​ວ່າ, “ອາຈານ​ມາ​ທີ່​ນີ້​ແລ້ວ ແລະ​ຕ້ອງການ​ພົບ​ເຈົ້າ.”


ເບິ່ງແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ ຖ້າ​ຜູ້ໃດ​ໄດ້ຍິນ​ສຽງ​ຂອງເຮົາ ແລະ​ໄຂ​ປະຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka