Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 21:6 - ພຣະຄຳພີສັກສິ

6 ພຣະອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ເມື່ອ​ວັນ​ເວລາ​ຈະ​ມາ​ເຖິງ ກ້ອນຫີນ ຊຶ່ງ​ພວກເຈົ້າ​ເຫັນ​ຊ້ອນ​ທັບ​ກັນ​ຢູ່​ນີ້​ຈະ​ບໍ່​ເຫຼືອ​ຈັກ​ກ້ອນ​ດຽວ ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ທັງໝົດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 “ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ເຫັນ​ຢູ່​ທີ່​ນີ້, ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຫີນ​ຢູ່​ທີ່​ນີ້​ຈະ​ບໍ່​ເຫລືອ​ຊ້ອນ​ທັບ​ກັນ​ຈັກ​ກ້ອນ, ທຸກ​ກ້ອນ​ຈະ​ຖືກ​ໂຍນ​ຖິ້ມ​ລົງ​ມາ​ໝົດ”.

Uka jalj uñjjattʼäta Copia luraña




ລູກາ 21:6
20 Jak'a apnaqawi uñst'ayäwi  

“ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ ວິຫານ​ຂອງ​ພຣະເຈົ້າຢາເວ​ນີ້​ຈະ​ກາຍເປັນ​ດັ່ງ​ເມືອງ​ຊີໂລ ແລະ​ກ່າວ​ວ່າ​ນະຄອນ​ນີ້​ຈະ​ຖືກ​ທຳລາຍ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ?” ແລ້ວ​ປະຊາຊົນ​ກໍ​ພາກັນ​ລ້ອມ​ຂ້າພະເຈົ້າ​ໄວ້.


ຄຳ​ທີ່​ເຫຼື້ອມໃສ​ແວວວັບ​ໄດ້​ຖືກ​ມົວໝອງ​ໄປ ຫີນ​ຂອງ​ພຣະວິຫານ​ກໍ​ແຕກ​ກະຈາຍ​ໄປ​ເຕັມ​ຫົນທາງ.


ກໍ​ຍ້ອນ​ພູເຂົາ​ຊີໂອນ​ຕັ້ງ​ຢູ່​ເປົ່າປ່ຽວ​ວ່າງຄົນ ແລະ​ເປັນ​ບ່ອນ​ພັກເຊົາ​ຂອງ​ພວກ​ໝາປ່າ.


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ຈົ່ງ​ໄຂ​ປະຕູ​ເມືອງ​ຂອງ​ເຈົ້າ​ອອກ ເລບານອນ​ເອີຍ ເພື່ອ​ວ່າ​ໄຟ​ຈະ​ໄດ້​ໄໝ້​ບັນດາ​ຕົ້ນແປກ​ຂອງເຈົ້າ


ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ.


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ​ບໍ່ແມ່ນ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້ ຈະ​ຖືກ​ທຳລາຍ​ລົງ​ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເຫັນ​ຕຶກ​ແໜ້ນໜາ​ເຫຼົ່ານັ້ນ​ບໍ? ກ້ອນຫີນ​ຢອງ​ທັບ​ກັນ​ຢູ່​ນີ້​ຈະ​ຖືກ​ທຳລາຍ​ລົງ ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”


ພວກເຂົາ​ໄດ້​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ສິ່ງໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ ການ​ທັງປວງ​ນີ້​ໃກ້​ຈະ​ບັງເກີດ​ຂຶ້ນ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka