Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 21:3 - ພຣະຄຳພີສັກສິ

3 ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ຍິງໝ້າຍ​ທີ່​ຍາກຈົນ​ຄົນ​ນີ້ ໄດ້​ປ່ອນ​ເງິນ​ລົງ​ຫລາຍກວ່າ​ຄົນ​ໃດໆ​ທັງໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ແມ່ໝ້າຍ​ຍາກຈົນ​ຄົນ​ນີ້​ໄດ້​ຖວາຍ​ຫລາຍກວ່າ​ຄົນ​ອື່ນ​ທັງໝົດ.

Uka jalj uñjjattʼäta Copia luraña




ລູກາ 21:3
13 Jak'a apnaqawi uñst'ayäwi  

ແນ່ນອນ​ທີ່ສຸດ ເຮົາ​ບອກ​ພວກເຈົ້າ​ວ່າ ຜູ້​ເປັນ​ນາຍ​ຈະ​ໃຫ້​ຄົນ​ຮັບໃຊ້​ຜູ້​ນັ້ນ​ຮັບຜິດຊອບ​ສົມບັດ​ທັງໝົດ​ຂອງຕົນ.


ແລະ ພຣະອົງ​ກໍ​ໄດ້ເຫັນ​ແມ່ໝ້າຍ​ທີ່​ຍາກຈົນ​ຄົນ​ໜຶ່ງ ກຳລັງ​ປ່ອນ​ເງິນ​ສອງ​ອັດ​ທອງແດງ​ລົງ​ໃນ​ຫີບ​ນັ້ນ​ເໝືອນກັນ.


ເພາະ​ຄົນອື່ນ​ນັ້ນ ໄດ້​ເອົາ​ເງິນ​ທີ່​ພວກເຂົາ​ເຫຼືອ​ໃຊ້​ມາ​ປ່ອນ​ລົງ; ແຕ່​ຍິງ​ຄົນ​ນີ້ ເຖິງ​ແມ່ນ​ວ່າ​ນາງ​ຍາກຈົນ​ທີ່ສຸດ​ກໍຕາມ ກໍ​ຍັງ​ເອົາ​ເງິນ​ທີ່​ຕົນ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ນັ້ນ ປ່ອນ​ລົງ​ຈົນ​ໝົດ.”


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ສະໄໝ​ຂອງ​ເອລີຢາ ເມື່ອ​ຝົນ​ບໍ່​ຕົກ​ສາມ​ປີ​ເຄິ່ງ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ທົ່ວ​ດິນແດນ​ນັ້ນ ໄດ້​ມີ​ແມ່ໝ້າຍ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ມີ​ບາງຄົນ​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ຣົດ​ແຫ່ງ​ຄວາມ​ຕາຍ ຈົນກວ່າ​ພວກເຂົາ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ.”


ແລ້ວ​ເປໂຕ​ກໍ​ເລີ່ມຕົ້ນ​ກ່າວ​ວ່າ, “ບັດນີ້ ຂ້າພະເຈົ້າ​ຮູ້​ເຫັນ​ຄັກແນ່​ແລ້ວ​ວ່າ, ພຣະເຈົ້າ​ເຮັດ​ກັບ​ທຸກຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ.


ຈິງ​ແທ້ ດ້ວຍວ່າ, ເຮໂຣດ​ກັບ​ປົນທຽວປີລາດ​ໄດ້​ມາ​ໃນ​ເມືອງ​ນີ້ ປະຊຸມ​ກັນ​ກັບ​ຄົນຕ່າງຊາດ ແລະ​ປະຊາຊົນ​ອິດສະຣາເອນ ເພື່ອ​ຕໍ່ສູ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ໄວ້​ແລ້ວ.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka