Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 21:23 - ພຣະຄຳພີສັກສິ

23 ໃນ​ວັນ​ເຫຼົ່ານັ້ນ ຈະ​ທຸກ​ລຳບາກ​ທີ່ສຸດ​ສຳລັບ ແມ່ຍິງ​ຖືພາ ແລະ​ແມ່​ມີ​ລູກ​ອ່ອນ​ກິນ​ນົມ​ຢູ່ ປະຊາຊົນ​ໃນ​ດິນແດນ​ນີ້ ຈະ​ໄດ້​ຮັບ​ຄວາມ​ທຸກໂສກ​ໃຫຍ່​ທີ່ສຸດ ແລະ​ການ​ລົງໂທດ​ຂອງ​ພຣະເຈົ້າ​ກໍ​ຈະ​ຕົກ​ຖືກ​ປະຊາຊົນ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ໃນ​ວັນ​ເຫລົ່ານັ້ນ​ເປັນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ! ຈະ​ເກີດ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ໃນ​ແຜ່ນດິນ ແລະ ຈະ​ມີ​ຄວາມໂກດຮ້າຍ​ຕໍ່​ປະຊາຊົນ​ນີ້.

Uka jalj uñjjattʼäta Copia luraña




ລູກາ 21:23
18 Jak'a apnaqawi uñst'ayäwi  

ໄພພິບັດ​ທີ່​ມາ​ເຖິງ​ຄົນ​ຂອງຂ້ອຍ ມີ​ແຕ່​ສິ່ງ​ຢ້ານກົວ ແມ່​ຜູ້​ທີ່​ຮັກ​ລູກ​ຮັກ​ຜົວ ກໍ​ຕົ້ມ​ລູກ​ຂອງ​ຕົນເອງ​ກິນ​ໄດ້.


ແລະ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສະແດງ​ຜົນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໃຫ້​ເຈົ້າ​ເຫັນວ່າ​ເປັນ​ຢ່າງໃດ. ນິມິດ​ນັ້ນ​ແມ່ນ​ກ່ຽວກັບ​ເລື່ອງ​ເວລາ​ແຫ່ງ​ການ​ສິ້ນສຸດ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ໄດ້ຍິນ​ຄຳ​ທີ່​ພວກເຂົາ​ກຳລັງ​ຮ້ອງ​ນັ້ນ​ບໍ?” ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໄດ້ຍິນ​ແລ້ວ ພວກເຈົ້າ​ບໍ່ເຄີຍ​ອ່ານ​ຈັກເທື່ອ​ບໍ​ໃນ​ຄຳ​ທີ່​ວ່າ, ‘ພຣະອົງ​ຊົງ​ຈັດ​ໃຫ້​ຄຳ​ສັນລະເສີນ​ອັນ​ແທ້ຈິງ ອອກ​ມາ​ຈາກ​ປາກ​ຂອງ​ເດັກນ້ອຍ​ອ່ອນ ແລະ​ຜູ້​ທີ່​ຍັງ​ກິນ​ນໍ້ານົມ​ຢູ່.”’


ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ຕ້ອງ​ລົງໂທດ​ຄົນຊົ່ວ​ເຫຼົ່ານັ້ນ​ຢ່າງ​ຮ້າຍແຮງ ແລະ​ຂ້າ​ຖິ້ມ​ເສຍ, ແລ້ວ​ຍົກ​ສວນ​ອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ຄື​ຜູ້​ຈະ​ນຳ​ຜົນ​ທີ່​ເກັບ​ໄດ້ ມາ​ໃຫ້​ເພິ່ນ​ຖືກຕ້ອງ​ຕາມ​ລະດູ​ການ.”


ຜູ້ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຖ້າ​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້ໃດ ຜູ້ນັ້ນ​ຈະ​ແຫລກ​ໝຸ່ນ​ໄປ.”]


ໃນ​ວັນ​ເຫຼົ່ານັ້ນ ເປັນ​ໜ້າ​ເວດທະນາ​ສົງສານ​ຜູ້ຍິງ​ຖືພາ ແລະ ແມ່​ກັບ​ລູກ​ອ່ອນ​ທີ່​ຍັງ​ກິນ​ນົມ​ຢູ່


ແຕ່​ໃນ​ວັນ​ເຫຼົ່ານັ້ນ ເປັນ​ໜ້າ​ເວດທະນາ​ສົງສານ​ຫລາຍ​ຕໍ່​ຜູ້​ຍິງ​ຖືພາ ແລະ​ແມ່​ກັບ​ລູກ​ອ່ອນ​ກິນ​ນົມ​ຢູ່


ຝ່າຍ​ພວກ​ສັດຕູ​ຂອງເຮົາ ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ​ຂ້າ​ພວກເຂົາ​ເສຍ​ຕໍ່ໜ້າ​ເຮົາ.”’


ດ້ວຍວ່າ, ເວລາ​ຈະ​ມາ​ເຖິງ ເມື່ອ​ສັດຕູ​ຂອງ​ເຈົ້າ​ຈະ​ຂຸດ​ຄູ​ອ້ອມ​ເຈົ້າ ແລະ​ຕັນ​ເຈົ້າ​ໄວ້​ທຸກ​ດ້ານ.


ດ້ວຍວ່າ, ວັນ​ທັງຫລາຍ​ກຳລັງ​ຈະ​ມາ​ເຖິງ​ແລ້ວ ຄົນ​ກໍ​ຈະ​ເວົ້າ​ກັນ​ວ່າ, ‘ຍິງ​ທີ່​ເປັນ​ໝັນ ຍິງ​ທີ່​ບໍ່ເຄີຍ​ອອກລູກ ແລະ​ຍິງ​ທີ່​ບໍ່ເຄີຍ​ລ້ຽງ​ລູກ ພວກເຈົ້າ​ກໍ​ເປັນ​ສຸກ​ແທ້​ນໍ.’


ໂດຍ​ພິຈາລະນາ​ເຖິງ​ຄວາມ​ລຳບາກ​ທີ່​ມີ​ຢູ່​ດຽວ​ນີ້ ເຮົາ​ຈຶ່ງ​ເຫັນ​ວ່າ ເປັນ​ການ​ດີກວ່າ​ທີ່​ທຸກຄົນ​ຈະ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນ​ຢູ່.


ໂດຍ​ທີ່​ພວກເຂົາ​ໄດ້​ຫ້າມປາມ​ພວກເຮົາ ບໍ່​ໃຫ້​ກ່າວ​ແກ່​ຄົນຕ່າງຊາດ ເພື່ອ​ຄົນ​ເຫຼົ່ານັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດບາບ​ທີ່​ພວກເຂົາ​ເຮັດ​ມາ​ນັ້ນ ຈະ​ຄົບຖ້ວນ ແຕ່​ໃນ​ສຸດທ້າຍ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໄດ້​ຕົກ​ໃສ່​ພວກເຂົາ​ແລ້ວ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊ່ວຍເຫລືອ​ຊຶ່ງກັນແລະກັນ ເພາະ​ເຄື່ອງ​ບູຊາ​ຢ່າງ​ນີ້​ແຫຼະ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.


ດ້ວຍວ່າ, ເຖິງ​ເວລາ​ແລ້ວ​ທີ່​ການ​ຊົງ​ພິພາກສາ ຈະ​ຕ້ອງ​ເລີ່ມຕົ້ນ​ທີ່​ຄົວ​ວິຫານ​ຂອງ​ພຣະເຈົ້າ ແລະ​ຖ້າ​ການ​ພິພາກສາ​ນັ້ນ​ເລີ່ມຕົ້ນ​ທີ່​ພວກເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງ​ໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka