Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 21:21 - ພຣະຄຳພີສັກສິ

21 ເມື່ອນັ້ນ ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ຕ້ອງ​ປົບໜີໄປ​ຍັງ​ພູ​ທັງຫລາຍ, ໃຫ້​ຜູ້​ທີ່​ຢູ່​ໃນ​ເມືອງ​ຕ້ອງ​ອອກ​ໄປ ແລະ​ຜູ້​ທີ່​ຢູ່​ນອກ​ເມືອງ​ກໍ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ເມືອງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ເມື່ອ​ນັ້ນ​ໃຫ້​ບັນດາ​ຄົນ​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ, ບັນດາ​ຄົນ​ທີ່​ຢູ່​ໃນ​ເມືອງ​ກໍ​ໃຫ້​ອອກ​ໄປ ແລະ ບັນດາ​ຄົນ​ທີ່​ຢູ່​ນອກ​ເມືອງ​ກໍ​ບໍ່​ໃຫ້​ເຂົ້າ​ມາ​ໃນ​ເມືອງ.

Uka jalj uñjjattʼäta Copia luraña




ລູກາ 21:21
13 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ຖືກ​ນຳ​ອອກ​ມາ​ຈາກ​ເມືອງ​ແລ້ວ ເທວະດາ​ຕົນ​ໜຶ່ງ​ກໍ​ເວົ້າ​ວ່າ, “ຈົ່ງ​ຟ້າວ​ໜີ​ເອົາ​ຕົວ​ລອດ! ຢ່າ​ຫລຽວ​ຄືນ​ຫລັງ ແລະ​ຢ່າ​ຢຸດ​ຢູ່​ທີ່​ຮ່ອມພູ. ຈົ່ງ​ພາກັນ​ແລ່ນ​ຂຶ້ນ​ໄປ​ເທິງ​ເນີນພູ​ເພື່ອ​ເອົາ​ຊີວິດ​ລອດ.”


ແຕ່​ເມຍ​ຂອງ​ໂລດ​ຫລຽວ​ຄືນ​ຫລັງ. ສະນັ້ນ ນາງ​ຈຶ່ງ​ກາຍເປັນ​ເສົາ​ເກືອ.


ຄົນ​ທີ່​ຢັ່ງຮູ້​ຍ່ອມ​ເຫັນ​ຄວາມ​ເດືອດຮ້ອນ​ຈະ​ມາ​ເຖິງ ຈຶ່ງ​ຮູ້ຈັກ​ຊ່ອນຊົ້ນ​ຕົນ​ຫລົບຫລີກ​ມັນ​ໄດ້, ແຕ່​ຄົນ​ບໍ່​ຄິດ​ຈະ​ຍ່າງ​ກົງ​ເຂົ້າໄປ​ແລະ​ກໍ​ເສຍໃຈ​ຕໍ່ມາ​ພາຍຫລັງ.


ແຕ່​ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຮຸກຮານ​ປະເທດ ພວກເຮົາ​ໄດ້​ຕັດສິນໃຈ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຫລົບ​ໜີ​ຈາກ​ກອງທັບ​ຂອງ​ຊາວ​ບາບີໂລນ ແລະ​ຊາວ​ຊີເຣຍ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ມາ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.”


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ອອກ​ຈາກ​ນະຄອນ​ເຢຣູຊາເລັມ ໄປ​ສູ່​ເຂດແດນ​ຂອງ​ເບັນຢາມິນ ເພື່ອ​ຮັບ​ເອົາ​ສ່ວນແບ່ງ​ຊັບສົມບັດ​ຂອງ​ຄອບຄົວ ມາ​ເປັນ​ກຳມະສິດ​ຂອງ​ຂ້າພະເຈົ້າ.


ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.


ເພິ່ນ​ໄດ້​ບອກ​ປະຊາຊົນ​ວ່າ, “ຈົ່ງ​ຍ້າຍ​ໜີ​ຈາກ​ເຕັນ​ຂອງ​ຄົນຊົ່ວ​ເຫຼົ່ານີ້ ແລະ​ຢ່າ​ແຕະຕ້ອງ​ສິ່ງໃດສິ່ງໜຶ່ງ​ທີ່​ເປັນ​ຂອງ​ພວກເຂົາ. ບໍ່​ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ກວາດ​ໄປ​ນຳ ເພາະ​ການບາບ​ຂອງ​ພວກເຂົາ.”


ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


ເມື່ອນັ້ນ ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໃຫ້​ປົບໜີໄປ​ສູ່​ພູເຂົາ​ທັງຫລາຍ.


ຜູ້​ທີ່​ຢູ່​ເທິງ​ຫລັງຄາ​ເຮືອນ ຢ່າ​ໄດ້​ລົງ​ມາ ແລະ​ເຂົ້າ​ໄປ​ໃນ​ເຮືອນ​ເກັບ​ເອົາ​ສິ່ງຂອງ​ອອກ​ໄປ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka