13 ເຫດການນັ້ນ ຈະເກີດຂຶ້ນແກ່ພວກເຈົ້າ ເພື່ອພວກເຈົ້າຈະເປັນພະຍານ.
13 ແລະ ພວກເຈົ້າຈະໄດ້ເປັນພະຍານໃຫ້ແກ່ເຮົາ.
ຕັ້ງແຕ່ນັ້ນມາ ຢູດາກໍລໍຫາໂອກາດທີ່ຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ.
ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ເຫດການທີ່ເກີດຂຶ້ນກັບເຮົານັ້ນ ກໍເພື່ອໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປ.
ຢ່າຍອມໃຫ້ຜູ້ຂັດຂວາງເຮັດໃຫ້ພວກເຈົ້າຢ້ານກົວ ຈົ່ງກ້າຫານຢູ່ສະເໝີ ເພື່ອພິສູດໃຫ້ພວກເຂົາເຫັນວ່າ ພວກເຂົາຈະເຖິງຄວາມຈິບຫາຍ ແລະພວກເຈົ້າຈະເຖິງຄວາມພົ້ນ ສິ່ງເຫຼົ່ານີ້ ແມ່ນພຣະເຈົ້າທີ່ຊົງກະທຳ.
ສິ່ງທັງໝົດເຫຼົ່ານີ້ ພິສູດໃຫ້ເຫັນຢ່າງຈະແຈ້ງວ່າການພິພາກສາຂອງພຣະເຈົ້າຊົງຍຸດຕິທຳ ແລະຜົນທີ່ໄດ້ຮັບນັ້ນ ຄືພວກເຈົ້າຈະເປັນຜູ້ສົມຄວນກັບຣາຊອານາຈັກຂອງພຣະອົງ ຊຶ່ງພວກເຈົ້າກຳລັງຖືກທົນທຸກຢູ່ ກໍເພື່ອເຫັນແກ່ອານາຈັກນັ້ນ.