Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 20:9 - ພຣະຄຳພີສັກສິ

9 ແລ້ວ​ພຣະອົງ​ກໍ​ຊົງ​ກ່າວ​ຄຳອຸປະມາ​ນີ້​ສູ່​ປະຊາຊົນ​ຟັງ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ແລະ​ເອົາ​ສວນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ເປັນ​ເວລາ​ດົນນານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ແລ້ວ​ພຣະອົງ​ໄດ້​ເຫລົ່າ​ຄຳອຸປະມາ​ນີ້​ໃຫ້​ປະຊາຊົນ​ຟັງ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ ແລ້ວ​ເອົາ​ສວນ​ນັ້ນ​ໃຫ້​ພວກ​ຊາວສວນ​ເຊົ່າ ແລະ ກໍ​ຍ້າຍ​ໄປ​ບ່ອນ​ອື່ນ​ເປັນ​ເວລາ​ດົນນານ.

Uka jalj uñjjattʼäta Copia luraña




ລູກາ 20:9
15 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ດັ່ງ​ປູກ​ຕົ້ນອະງຸ່ນ​ພັນ​ດີ ໂດຍ​ເລືອກເຟັ້ນ​ເອົາ​ມາ​ຈາກ​ພັນ​ດີທີ່ສຸດ​ດ້ວຍ. ແຕ່​ເບິ່ງແມ! ເຈົ້າ​ກາຍເປັນຫຍັງ​ໄປ​ແລ້ວ​ຮູ້​ບໍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ເໜົ່າ​ຫາ​ຄຸນຄ່າ​ບໍ່ໄດ້.


“ແລະ ອານາຈັກ​ສະຫວັນ​ຍັງ​ປຽບ​ເໝືອນ​ມີ​ຊາຍ​ຜູ້ໜຶ່ງ ທີ່​ກຳລັງ​ຈະ​ອອກ​ເດີນທາງ​ໄປ ເພິ່ນ​ຈຶ່ງ​ເອີ້ນ​ພວກ​ຄົນ​ຮັບໃຊ້​ມາ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຊັບສິນ​ຂອງຕົນ.


ດັ່ງນັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ຍັງ​ມີ​ເຈົ້ານາຍ​ຜູ້ໜຶ່ງ ກຳລັງ​ຈະ​ອອກ​ໄປ​ແດນໄກ ເພື່ອ​ໄປ​ຮັບ​ເອົາ​ຣາຊແຜ່ນດິນ​ອັນ​ໜຶ່ງ ແລ້ວ​ຈຶ່ງ​ຈະ​ກັບຄືນ​ມາ.


ພໍ​ເຖິງ​ເວລາ​ເກັບ​ໝາກ​ອະງຸ່ນ​ມາ​ຮອດ ເຈົ້າຂອງ​ສວນ​ນັ້ນ​ກໍ​ໃຫ້​ຄົນ​ຮັບໃຊ້​ຜູ້ໜຶ່ງ​ໄປ​ຫາ​ພວກ​ເຊົ່າສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຜົນລະປູກ​ຂອງຕົນ​ຈາກ​ພວກເຂົາ, ແຕ່​ພວກ​ຄົນ​ເຊົ່າ​ສວນ​ໄດ້​ທຸບຕີ​ຄົນ​ຮັບໃຊ້​ຜູ້​ນັ້ນ ແລະ​ຂັບໄລ່​ລາວ​ກັບຄືນ​ເມືອ​ມື​ເປົ່າ.


ແລ້ວ​ພຣະອົງ​ກໍ​ໄດ້​ຕອບ​ພວກເຂົາ​ວ່າ, “ຝ່າຍ​ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ ເຮົາ​ເຮັດ​ການ​ເຫຼົ່ານີ້​ດ້ວຍ​ສິດ​ອັນ​ໃດ.”


“ຈົ່ງ​ແຕ່ງຕັ້ງ​ບັນດາ​ຜູ້​ຕັດສິນຄວາມ ແລະ​ເຈົ້າໜ້າທີ່​ອື່ນໆ​ໃນ​ເມືອງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້. ຄົນ​ເຫຼົ່ານັ້ນ​ຕ້ອງ​ຕັດສິນ​ຄະດີ​ຂອງ​ປະຊາຊົນ​ຢ່າງ​ທ່ຽງທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka