7 ສະນັ້ນ ພວກເຂົາຈຶ່ງຕອບວ່າ, “ພວກເຮົາບໍ່ຮູ້.”
7 ດັ່ງນັ້ນ ພວກເຂົາຈຶ່ງຕອບວ່າ, “ພວກເຮົາບໍ່ຮູ້ຈັກວ່າມາຈາກໃສ”.
ຂ້າແດ່ພຣະເຈົ້າຢາເວ ເຫຼົ່າສັດຕູບໍ່ຮູ້ວ່າພຣະອົງຈະລົງໂທດພວກເຂົາ ໃຫ້ຖືກອັບອາຍແລະຮັບທຸກ ຈົ່ງໃຫ້ພວກເຂົາໄດ້ຮັບໂທດທີ່ພຣະອົງຕຽມໄວ້ນັ້ນສາ ໃຫ້ເຫັນວ່າພຣະອົງຮັກປະຊາຊົນຂອງພຣະອົງ.
ສະນັ້ນ ເຮົາຈະເຮັດໃຫ້ພວກເຂົາສະດຸ້ງຕື່ນຕົກໃຈ ດ້ວຍການງຶດງໍ້ແລ້ວງຶດງໍ້ອີກໂດຍບໍ່ໄດ້ຄາດຝັນ. ຄົນສະຫລາດຈະກາຍເປັນຄົນໂງ່ ແລະຄວາມຫລັກແຫລມທຸກຢ່າງຂອງພວກເຂົາກໍຈະບໍ່ມີປະໂຫຍດ.”
ເມື່ອເຮົາແນມເບິ່ງພວກພະກໍບໍ່ເຫັນເວົ້າຫຍັງ ບໍ່ມີຜູ້ໃດຕອບຄຳຖາມຂອງເຮົາໄດ້.
ບຸກຄົນເຊັ່ນນີ້ໂງ່ຈ້າເຫຼືອທີ່ຈະເຂົ້າໃຈວ່າ ພວກຕົນກຳລັງເຮັດຫຍັງ. ພວກເຂົາອັດຕາ ແລະຕັນຄວາມຄິດຂອງຕົນເອງບໍ່ໃຫ້ຮູ້ຄວາມຈິງ.
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ບັດນີ້ ຈົ່ງເຮັດເປັນຄືຄົນລ້ຽງແກະທີ່ບໍ່ມີຄ່າ.
ເຄາະກຳເປັນຂອງຄົນລ້ຽງແກະທີ່ບໍ່ມີຄ່າເສຍແລ້ວ ລາວໄດ້ປະຖິ້ມຝູງແກະຂອງລາວ. ເສິກສົງຄາມຈະທຳລາຍອຳນາດຂອງລາວລົງ. ແຂນຂອງລາວຈະລີບເຂົ້າແລະຕາກໍ້າຂວາຂອງລາວກໍຈະບອດດ້ວຍ.”
ແຕ່ຖ້າພວກເຮົາຕອບວ່າ, ‘ມາຈາກມະນຸດ’ ປະຊາຊົນທັງໝົດໃນທີ່ນີ້ກໍຈະແກວ່ງກ້ອນຫີນໃສ່ພວກເຮົາ, ເພາະພວກເຂົາເຊື່ອວ່າໂຢຮັນເປັນຜູ້ທຳນວາຍ.”
ແລ້ວພຣະອົງກໍໄດ້ຕອບພວກເຂົາວ່າ, “ຝ່າຍເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າ ເຮົາເຮັດການເຫຼົ່ານີ້ດ້ວຍສິດອັນໃດ.”
ພຣະເຢຊູເຈົ້າຊົງກ່າວວ່າ, “ເຮົາໄດ້ມາໃນໂລກນີ້ເພື່ອການຕັດສິນ ເພື່ອວ່າຄົນຕາບອດຈະເຫັນຮຸ່ງ ແລະເພື່ອວ່າຜູ້ທີ່ເຫັນຮຸ່ງຈະກາຍເປັນຄົນຕາບອດ.”
ກ່ອນອື່ນ ຈົ່ງຮູ້ຂໍ້ນີ້ ຄືຍຸກສຸດທ້າຍຈະມີຄົນເຢາະເຢີ້ຍມາເວົ້າສຽດສີຕາມໃຈປາຖະໜາຂອງຕົນ.