Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 20:6 - ພຣະຄຳພີສັກສິ

6 ແຕ່​ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ມະນຸດ’ ປະຊາຊົນ​ທັງໝົດ​ໃນ​ທີ່​ນີ້​ກໍ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ພວກເຮົາ, ເພາະ​ພວກເຂົາ​ເຊື່ອ​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’ ປະຊາຊົນ​ທັງຫລາຍ​ກໍ​ຈະ​ເອົາ​ຫີນ​ແກວ່ງ​ໃສ່​ພວກເຮົາ ເພາະ​ພວກເຂົາ​ຖື​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ”.

Uka jalj uñjjattʼäta Copia luraña




ລູກາ 20:6
13 Jak'a apnaqawi uñst'ayäwi  

ແຕ່​ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ທ່ານ​ຜູ້ນັ້ນ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ.


ເຮໂຣດ​ຢາກ​ຈະ​ຂ້າ​ໂຢຮັນ​ເສຍ, ແຕ່​ເພິ່ນ​ຢ້ານ​ປະຊາຊົນ ເພາະ​ເຂົາ​ຖື​ໂຢຮັນ​ວ່າ​ເປັນ​ຜູ້ທຳນວາຍ.


ແຕ່​ຖ້າ​ພວກເຮົາ​ຕອບ​ວ່າ, ‘ມະນຸດ​ໃຫ້’ ພວກເຮົາ​ກໍ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ເຊື່ອ​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ພະຍາຍາມ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ປະຊາຊົນ​ຖື​ວ່າ​ພຣະເຢຊູເຈົ້າ​ເປັນ​ຜູ້ທຳນວາຍ.


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ບໍ່​ຕ້ອງ​ເຮັດ​ໃນ​ລະຫວ່າງ​ເທດສະການ ຢ້ານ​ວ່າ​ປະຊາຊົນ​ອາດ​ຈະ​ວຸ້ນວາຍ​ຂຶ້ນ​ກໍໄດ້.”


ຝ່າຍ​ພວກເຂົາ​ຈຶ່ງ​ພະຍາຍາມ​ຈະ​ຈັບ​ພຣະອົງ ເພາະ​ພວກເຂົາ​ຮູ້​ວ່າ ພຣະອົງ​ໄດ້​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກ​ຕົນ, ແຕ່​ຍ້ອນ​ຢ້ານ​ປະຊາຊົນ ພວກເຂົາ​ຈຶ່ງ​ໜີໄປ​ຈາກ​ພຣະອົງ.


ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ຜູ້ທຳນວາຍ​ຂອງ​ຜູ້​ສູງສຸດ. ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ອົງ​ພຣະ​ຜູ້​ ເປັນ​ເຈົ້າ ແລະ​ຈັດແຈງ​ບັນດາ​ທາງ​ ຂອງ​ພຣະອົງ


ພວກເຂົາ​ຈຶ່ງ​ເລີ່ມ​ຖົກຖຽງ​ກັນ​ວ່າ, “ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ສະຫວັນ’ ມັນ​ກໍ​ຈະ​ຖາມ​ວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ໂຢຮັນ?’


ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ບໍ່​ຮູ້.”


ແຕ່​ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ໄດ້​ຂັດຂວາງ​ພຣະ​ປະສົງ​ຂອງ​ພຣະເຈົ້າ ທີ່​ມີ​ສຳລັບ​ພວກເຂົາ ໂດຍ​ທີ່​ພວກເຂົາ​ບໍ່ໄດ້​ຮັບ​ບັບຕິສະມາ​ຈາກ​ໂຢຮັນ.)


ມີ​ຫລາຍ​ຄົນ​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ໂຢຮັນ​ບໍ່ໄດ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຈັກ​ຢ່າງ, ແຕ່​ທຸກສິ່ງ​ທີ່​ໂຢຮັນ​ເວົ້າ​ເຖິງ​ທ່ານ​ຄົນ​ນີ້ ກໍ​ເປັນ​ຄວາມຈິງ​ທັງໝົດ.”


ດັ່ງນັ້ນ ພວກ​ຫົວໜ້າ​ຈຶ່ງ​ອອກ​ໄປ​ກັບ​ເຈົ້າໜ້າທີ່​ພຣະວິຫານ ແລະ​ນຳ​ພວກ​ອັກຄະສາວົກ​ກັບ​ມາ​ໂດຍ​ດີ ເພາະ​ຢ້ານ​ປະຊາຊົນ​ແກວ່ງ​ຫີນ​ໃສ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka