ລູກາ 20:5 - ພຣະຄຳພີສັກສິ5 ພວກເຂົາຈຶ່ງເລີ່ມຖົກຖຽງກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ, ‘ມາຈາກສະຫວັນ’ ມັນກໍຈະຖາມວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງໂຢຮັນ?’ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ພວກເຂົາໄດ້ປຶກສາກັນ ແລະ ເວົ້າວ່າ, “ຖ້າພວກເຮົາຕອບວ່າ, ‘ມາຈາກສະຫວັນ’ ລາວກໍຈະຖາມວ່າ, ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’ Uka jalj uñjjattʼäta |
ເມື່ອໂຢຮັນໃກ້ຈະສຳເລັດພາລະກິດຂອງຕົນແລ້ວ ເພິ່ນກໍໄດ້ກ່າວແກ່ປະຊາຊົນວ່າ, ‘ເຈົ້າທັງຫລາຍຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນພຣະອົງ ຜູ້ທີ່ພວກເຈົ້າຄອຍຖ້າ, ແຕ່ຈົ່ງຟັງເທີ້ນ ພາຍຫລັງຂ້າພະເຈົ້າຈະມີທ່ານຜູ້ໜຶ່ງ ແລະຂ້າພະເຈົ້າບໍ່ສົມຄວນທີ່ຈະປົດເກີບອອກຈາກຕີນຂອງເພິ່ນ.’