Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 20:41 - ພຣະຄຳພີສັກສິ

41 ແລ້ວ​ພຣະເຢຊູເຈົ້າ​ຊົງ​ຖາມ​ພວກເຂົາ​ວ່າ, “ເປັນ​ໄປ​ໄດ້​ຢ່າງ​ໃດ ທີ່​ຄົນ​ເວົ້າ​ວ່າ ພຣະຄຣິດ​ເປັນ​ບຸດ​ຂອງ​ດາວິດ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ຫລັງຈາກນັ້ນ ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ດ້ວຍເຫດໃດ​ຈຶ່ງ​ເວົ້າ​ວ່າ​ພຣະຄຣິດເຈົ້າ​ເປັນ​ບຸດ​ຂອງ​ດາວິດ?

Uka jalj uñjjattʼäta Copia luraña




ລູກາ 20:41
14 Jak'a apnaqawi uñst'ayäwi  

ໃນທຳນອງ​ດຽວກັນ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ ລາວ​ຈະ​ມີ​ເຊື້ອສາຍ​ຂຶ້ນ​ເປັນ​ກະສັດ​ຕະຫລອດໄປ; ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ພວກ​ປະໂຣຫິດ​ຈາກ​ເຜົ່າເລວີ​ວ່າ ພວກເຂົາ​ຈະ​ຮັບໃຊ້​ເຮົາ​ສະເໝີໄປ ແລະ​ພັນທະສັນຍາ​ນີ້​ຈະ​ບໍ່​ຖືກ​ລົບລ້າງ​ຈັກເທື່ອ.


ຕໍ່​ໄປ​ນີ້ ແມ່ນ​ລາຍຊື່​ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ. 2-6(ກ) ແຕ່​ອັບຣາຮາມ​ເຖິງ​ກະສັດ​ດາວິດ​ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ​ຂອງ​ຕົນ, ຕໍ່ມາ ແມ່ນ​ເປເຣັດ ແລະ ເຊຣາ (ແມ່​ຂອງ​ພວກ​ເຂົາ​ຊື່​ວ່າ​ຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ), ໂອເບັດ (ແມ່​ຂອງ​ລາວ​ຊື່​ວ່າ ຣຸດ), ເຢຊີ ແລະ ກະສັດ​ດາວິດ. 6(ຂ)-11 ແຕ່​ດາວິດ​ເຖິງ​ສະໄໝ​ທີ່​ປະຊາຊົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ນະຄອນ​ບາບີໂລນ ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ດາວິດ, ໂຊໂລໂມນ (ແມ່​ຂອງ​ລາວ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ.


ເມື່ອ​ພຣະເຢຊູເຈົ້າ​ຈາກ​ບ່ອນ​ນັ້ນ​ແລະ​ຜ່ານ​ໄປ ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຕິດຕາມ​ພຣະອົງ​ໄປ ແລະ​ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ພຣະຄຳພີ​ກ່າວ​ໄວ້​ວ່າ, “ພຣະຄຣິດ​ມາ​ຈາກ​ເຊື້ອວົງ​ຂອງ​ກະສັດ​ດາວິດ ແລະ​ຈະ​ເກີດ​ຢູ່​ໃນ​ເບັດເລເຮັມ ບ້ານເກີດ​ເມືອງນອນ​ຂອງ​ດາວິດ.”


ເພາະ​ເພິ່ນ​ເປັນ​ຜູ້ທຳນວາຍ ແລະ​ໄດ້​ຮູ້​ພຣະສັນຍາ​ຂອງ​ພຣະເຈົ້າ​ທີ່​ມີ​ໄວ້​ກັບ​ເພິ່ນ​ເອງ​ຄື: ພຣະເຈົ້າ​ໄດ້​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ໃຫ້​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ເພິ່ນ ຂຶ້ນ​ເປັນ​ກະສັດ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ເພິ່ນ.


“ຝ່າຍ​ເຮົາ ຄື ເຢຊູ ເຮົາ​ໄດ້​ໃຊ້​ເທວະດາ​ຂອງເຮົາ​ໄປ​ເປັນ​ພະຍານ ເພື່ອ​ສຳແດງ​ເຫດການ​ເຫຼົ່ານີ້​ແກ່​ພວກເຈົ້າ ສຳລັບ​ຄຣິສຕະຈັກ​ທັງຫລາຍ ເຮົາ​ນີ້​ເປັນ​ຮາກເຄົ້າ ແລະ​ໜໍ່ເຊື້ອ​ຂອງ​ດາວິດ ເປັນ​ດາວເພັກ​ດວງ​ໃສ​ຮຸ່ງເຮືອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka