ລູກາ 20:10 - ພຣະຄຳພີສັກສິ10 ພໍເຖິງເວລາເກັບໝາກອະງຸ່ນມາຮອດ ເຈົ້າຂອງສວນນັ້ນກໍໃຫ້ຄົນຮັບໃຊ້ຜູ້ໜຶ່ງໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຜົນລະປູກຂອງຕົນຈາກພວກເຂົາ, ແຕ່ພວກຄົນເຊົ່າສວນໄດ້ທຸບຕີຄົນຮັບໃຊ້ຜູ້ນັ້ນ ແລະຂັບໄລ່ລາວກັບຄືນເມືອມືເປົ່າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ເມື່ອເຖິງລະດູເກັບກ່ຽວ ເພິ່ນກໍສົ່ງຜູ້ຮັບໃຊ້ໄປຫາພວກຄົນເຊົ່າສວນເພື່ອຮັບສ່ວນແບ່ງຂອງຜົນລະປູກຈາກສວນອະງຸ່ນ. ແຕ່ພວກຄົນເຊົ່າສວນໄດ້ຂ້ຽນຕີ ແລະ ສົ່ງລາວກັບໄປມືເປົ່າ. Uka jalj uñjjattʼäta |
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ ແລະແຕ່ງຕັ້ງເຈົ້າທັງຫລາຍເພື່ອໃຫ້ອອກໄປ ແລະເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ, ເພື່ອວ່າເມື່ອເຈົ້າທັງຫລາຍຈະທູນຂໍສິ່ງໃດ ຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະຊົງປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ.