Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 20:1 - ພຣະຄຳພີສັກສິ

1 ວັນ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ເທດສະໜາ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ພຣະວິຫານ ແລະ​ປະກາດ​ຂ່າວປະເສີດ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ ພ້ອມ​ທັງ​ພວກ​ເຖົ້າແກ່​ໄດ້​ມາ​ຫາ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ມື້​ໜຶ່ງ​ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ກຳລັງ​ປະກາດ​ຂ່າວປະເສີດ​ຢູ່​ນັ້ນ, ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ.

Uka jalj uñjjattʼäta Copia luraña




ລູກາ 20:1
10 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພວກເຈົ້າ​ຖື​ດາບ ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ​ເໝືອນ​ດັ່ງ​ຈັບ​ໂຈນ​ຊັ້ນບໍ? ທຸກໆ​ວັນ​ເຮົາ​ໄດ້​ນັ່ງ​ສັ່ງສອນ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແຕ່​ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ.


ພວກເຂົາ​ຖາມ​ພຣະອົງ​ວ່າ, “ບອກ​ພວກເຮົາ​ມາ​ເບິ່ງດູ ເຈົ້າ​ມີ​ສິດ​ຫຍັງ​ຈຶ່ງ​ເຮັດ​ການ​ນີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”


ຕໍ່ມາ​ບໍ່​ດົນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ​ຕາມ​ບ້ານ​ຕ່າງໆ​ເພື່ອ​ປະກາດ​ຂ່າວປະເສີດ ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ, ສາວົກ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ຢ່າງ​ເປີດເຜີຍ ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ໃນ​ພຣະວິຫານ​ຢູ່​ສະເໝີ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເຮົາ​ບໍ່ໄດ້​ເວົ້າ​ສິ່ງໃດ​ສິ່ງໜຶ່ງ​ໃນ​ທີ່​ລັບລີ້.


ຂະນະທີ່​ເປໂຕ​ກັບ​ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ພວກ​ປະໂຣຫິດ ພວກ​ເຈົ້າໜ້າທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ຊາດູກາຍ​ກໍ​ມາ​ຫາ​ທ່ານ​ທັງສອງ.


ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່​ແລະ​ພວກ​ທຳມະຈານ ມາ​ຫຸ້ມ​ຈັບ​ຊະເຕຟາໂນ ແລະ​ນຳ​ຕົວ​ຂຶ້ນ​ໄປ​ທີ່​ສະພາ​ສູງສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka