Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:48 - ພຣະຄຳພີສັກສິ

48 ຝ່າຍ​ພໍ່​ແມ່​ກໍ​ປະຫລາດ​ໃຈ​ເມື່ອ​ໄດ້​ເຫັນ ແລະ​ແມ່​ຈຶ່ງ​ຖາມ​ວ່າ, “ລູກ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້​ກັບ​ພວກເຮົາ? ພໍ່​ກັບ​ແມ່​ເລາະ​ຊອກ​ຫາ​ເຈົ້າ​ດ້ວຍ​ຄວາມ​ກັງວົນ​ໃຈ​ທີ່ສຸດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

48 ເມື່ອ​ພໍ່ແມ່​ໄດ້​ເຫັນ​ພຣະອົງ​ກໍ​ປະຫລາດໃຈ. ຜູ້​ເປັນ​ແມ່​ຈຶ່ງ​ກ່າວ​ແກ່​ພຣະອົງ​ວ່າ, “ລູກ​ເອີຍ, ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ພໍ່​ກັບ​ແມ່​ຮ້ອນຮົນ​ໃຈ​ຕາມ​ຫາ​ລູກ”.

Uka jalj uñjjattʼäta Copia luraña




ລູກາ 2:48
5 Jak'a apnaqawi uñst'ayäwi  

ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ.


ພຣະ​ກຸມມານ​ຕອບ​ວ່າ, “ເປັນຫຍັງ​ຕ້ອງ​ຊອກ​ຫາ​ເຮົາ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ທີ່​ສະຖິດ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ?”


ເມື່ອ​ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ ຄົນ​ທັງຫລາຍ​ຄິດ​ວ່າ ພຣະເຢຊູເຈົ້າ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ໂຢເຊັບ​ເປັນ​ລູກຊາຍ​ຂອງ​ເຮລີ,


ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”


ຟີລິບ​ໄດ້​ໄປ​ຫາ​ນະທານາເອັນ ແລະ​ບອກ​ລາວ​ວ່າ, “ຂ້ອຍ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ເລື່ອງ​ຂອງ​ເພິ່ນ ໃນ​ໜັງສື​ກົດບັນຍັດ​ແລ້ວ ແລະ​ທັງ​ພວກ​ຜູ້ທຳນວາຍ​ກໍໄດ້​ຂຽນ​ໄວ້​ເໝືອນກັນ ເພິ່ນ​ແມ່ນ​ເຢຊູ ລູກ​ຂອງ​ໂຢເຊັບ​ໄທ​ນາຊາເຣັດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka