ລູກາ 2:44 - ພຣະຄຳພີສັກສິ44 ເພິ່ນທັງສອງຄິດວ່າ ພຣະກຸມມານເຢຊູນັ້ນ ຢູ່ນຳກຸ່ມຄົນທີ່ເດີນທາງກັບດ້ວຍກັນ. ດັ່ງນັ້ນ ພວກເພິ່ນຈຶ່ງເດີນທາງຕໍ່ໄປໄດ້ໜຶ່ງວັນ ແລ້ວເລີ່ມຕົ້ນຊອກຫາໃນທ່າມກາງຍາດພີ່ນ້ອງແລະໝູ່ເພື່ອນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່44 ຄິດວ່າຢູ່ໃນກຸ່ມຄົນທີ່ມາດ້ວຍກັນ, ເມື່ອພວກເພິ່ນເດີນທາງຕໍ່ໄປໄດ້ໜຶ່ງວັນ. ແລ້ວພວກເພິ່ນກໍເລີ່ມຊອກຫາພຣະເຢຊູເຈົ້າໃນທ່າມກາງຍາດພີ່ນ້ອງ ແລະ ໝູ່ເພື່ອນ. Uka jalj uñjjattʼäta |
ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວເດີ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ. ພວກເຮົາຈະພາກັນຍ່າງຕາມຮ່ອມແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ແລ້ວນັ້ນ. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ແຕ່ພູເຂົາຊີໂອນທີ່ພຣະອົງກ່າວແກ່ປະຊາຊົນນັ້ນ.”