Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:43 - ພຣະຄຳພີສັກສິ

43 ເມື່ອ​ເທດສະການ​ສິ້ນສຸດ​ລົງ​ແລ້ວ ພໍ່​ແມ່​ກໍ​ກັບຄືນ​ເມືອ​ເຮືອນ ສ່ວນ​ພຣະ​ກຸມມານ​ເຢຊູ​ນັ້ນ ຍັງ​ຄ້າງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຝ່າຍ​ພໍ່​ແມ່​ກໍ​ບໍ່​ຮູ້ຈັກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

43 ຫລັງຈາກ​ເທດສະການ​ນີ້​ສິ້ນສຸດ​ລົງ​ແລ້ວ, ຂະນະ​ທີ່​ພໍ່ແມ່​ຂອງ​ພຣະອົງ​ກຳລັງ​ເດີນທາງ​ກັບ​ຄືນ​ເມືອ​ເຮືອນ, ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ເຢຣູຊາເລັມ, ແຕ່​ພວກເພິ່ນ​ບໍ່​ຮູ້.

Uka jalj uñjjattʼäta Copia luraña




ລູກາ 2:43
5 Jak'a apnaqawi uñst'ayäwi  

ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ກັບ​ທີ່ປຶກສາ​ຂອງ​ເພິ່ນ ໄດ້​ວາງ​ອຸບາຍ​ຕໍ່ສູ້​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ໃຊ້​ທູດ​ນຳຂ່າວ​ໄປ​ບອກ​ກະສັດ​ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ ແລະ​ຫລານຊາຍ​ຂອງ​ເຢຮູ​ແຫ່ງ​ອິດສະຣາເອນ ໂດຍ​ທ້າທາຍ​ເພິ່ນ​ໃຫ້​ອອກ​ມາ​ຕໍ່ສູ້.


ຈົ່ງ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຕັມ​ເຈັດ​ວັນ. ໃນ​ວັນ​ທຳອິດ ໃຫ້​ເອົາ​ເຊື້ອແປ້ງ​ທັງໝົດ​ໃນ​ເຮືອນ​ຖິ້ມ ເພາະວ່າ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃນ​ເຈັດ​ວັນ​ນັ້ນ ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ເມື່ອ​ພຣະ​ກຸມມານ​ເຢຊູ​ອາຍຸ​ໄດ້​ສິບສອງ​ປີ ພວກເພິ່ນ​ກໍໄດ້​ຂຶ້ນ​ໄປ​ສະຫລອງ​ເທດສະການ​ນີ້ ຕາມ​ທຳນຽມ​ທີ່​ເຄີຍ​ປະຕິບັດ​ມາ.


ເພິ່ນ​ທັງສອງ​ຄິດ​ວ່າ ພຣະ​ກຸມມານ​ເຢຊູ​ນັ້ນ ຢູ່​ນຳ​ກຸ່ມ​ຄົນ​ທີ່​ເດີນທາງ​ກັບ​ດ້ວຍ​ກັນ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ເດີນທາງ​ຕໍ່ໄປ​ໄດ້​ໜຶ່ງ​ວັນ ແລ້ວ​ເລີ່ມຕົ້ນ​ຊອກ​ຫາ​ໃນ​ທ່າມກາງ​ຍາດພີ່ນ້ອງ​ແລະ​ໝູ່​ເພື່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka