Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:39 - ພຣະຄຳພີສັກສິ

39 ເມື່ອ​ໂຢເຊັບ​ແລະ​ມາຣີ ເຮັດ​ທຸກສິ່ງ​ສຳເລັດ ຕາມ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແລ້ວ ພວກເພິ່ນ​ກໍ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງຕົນ ທີ່​ນາຊາເຣັດ​ໃນ​ແຂວງ​ຄາລີເລ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

39 ເມື່ອ​ໂຢເຊັບ ແລະ ນາງ​ມາຣີ ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດບັນຍັດ​ຂອງ​ອົງພຣະຜູ້ເປັນເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ມາ​ທີ່​ນາຊາເຣັດ​ເມືອງ​ຂອງ​ຕົນ​ໃນ​ແຂວງ​ຄາລີເລ.

Uka jalj uñjjattʼäta Copia luraña




ລູກາ 2:39
11 Jak'a apnaqawi uñst'ayäwi  

ແຕ່​ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ບັດນີ້ ຈົ່ງ​ຍອມ​ໃຫ້​ເປັນ​ໄປ​ຢ່າງ​ນີ້​ສາ ເພາະ​ສົມຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງ​ນີ້​ໃຫ້​ສຳເລັດ​ຕາມ​ຄວາມ​ຊອບທຳ​ທຸກຢ່າງ​ທີ່​ພຣະເຈົ້າ​ປະສົງ.” ດັ່ງນັ້ນ ໂຢຮັນ​ຈຶ່ງ​ຍອມ.


ໃນ​ເດືອນ​ທີ​ຫົກ ທີ່​ນາງ​ເອລີຊາເບັດ​ຖືພາ​ຢູ່​ນັ້ນ ພຣະເຈົ້າ​ກໍໄດ້​ໃຊ້​ເທວະດາ​ຄັບຣີເອນ ມາ​ທີ່​ແຂວງ​ຄາລີເລ​ໃນ​ເມືອງ​ໜຶ່ງ​ທີ່​ຊື່​ວ່າ ນາຊາເຣັດ.


ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ຝ່າຍ​ໂຢເຊັບ​ກໍ​ອອກ​ເດີນທາງ​ຈາກ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ເພື່ອ​ໄປ​ທີ່​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ​ເມືອງ​ຂອງ​ກະສັດ​ດາວິດ, ເພາະວ່າ​ເພິ່ນ​ເປັນ​ເຊື້ອສາຍ​ຂອງ​ກະສັດ​ດາວິດ.


ແລ້ວ​ພຣະ​ກຸມມານ​ເຢຊູ ຈຶ່ງ​ລົງ​ເມືອ​ກັບ​ພວກເພິ່ນ​ສູ່​ເມືອງ​ນາຊາເຣັດ ແລະ​ອ່ອນນ້ອມ​ຍອມ​ຟັງ​ພວກເພິ່ນ ຝ່າຍ​ແມ່​ກໍ​ເກັບ​ກຳ​ເລື່ອງ​ທັງໝົດ​ນີ້​ໄວ້​ໃນ​ໃຈ.


ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.


ພຣະອົງ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຄົງ​ຈະ​ກ່າວ​ຄຳ​ສຸພາສິດ​ຂໍ້​ນີ້ ຕໍ່​ເຮົາ​ເປັນ​ແນ່​ຄື​ວ່າ, ‘ທ່ານໝໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ’ ຄື ‘ບັນດາ​ການ ຊຶ່ງ​ພວກເຮົາ​ໄດ້ຍິນ​ວ່າ ທ່ານ​ໄດ້​ກະທຳ​ໃນ​ເມືອງ​ກາເປນາອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງຕົນ​ທີ່​ນີ້​ເໝືອນກັນ.”’


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka