Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:34 - ພຣະຄຳພີສັກສິ

34 ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ​ກ່າວ​ກັບ​ມາຣີ​ແມ່​ຂອງ​ພຣະ​ກຸມມານ​ນັ້ນ​ວ່າ, “ພຣະເຈົ້າ​ໄດ້​ເລືອກ​ເດັກ​ຄົນ​ນີ້​ໄວ້ ເພື່ອ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ ໃນ​ຊາດ​ອິດສະຣາເອນ​ລົ້ມ​ລົງ ແລະ​ລຸກ​ຂຶ້ນ​ໃໝ່ ເປັນ​ໝາຍສຳຄັນ​ທີ່​ຫລາຍ​ຄົນ​ຈະ​ເວົ້າ​ຕໍ່ຕ້ານ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

34 ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,

Uka jalj uñjjattʼäta Copia luraña




ລູກາ 2:34
38 Jak'a apnaqawi uñst'ayäwi  

ໂດຍ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ສູງສຸດ ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ;


ແລ້ວ​ໂຢເຊັບ​ກໍໄດ້​ພາ​ຢາໂຄບ​ພໍ່​ຂອງຕົນ​ເຂົ້າ​ໄປ​ພົບ​ກະສັດ. ຢາໂຄບ​ອວຍພອນ​ກະສັດ


ແລ້ວ​ໂມເຊ​ກໍ​ກວດເບິ່ງ​ທຸກໆ​ສິ່ງ ແລະ​ເຫັນ​ວ່າ ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ອວຍພອນ​ພວກເຂົາ.


ຂ້າພະເຈົ້າ​ກັບ​ພວກ​ລູກໆ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ໄດ້​ຢູ່​ທີ່ນີ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ພູເຂົາ​ຊີໂອນ ໄດ້​ໃຊ້​ພວກເຮົາ​ໃຫ້​ເປັນ​ຖ້ອຍຄຳ​ອັນ​ມີ​ຊີວິດ ເພື່ອ​ປະຊາຊົນ​ອິດສະຣາເອນ.


ຂໍ​ໃຫ້​ພວກ​ທີ່​ມີ​ປັນຍາ ຈົ່ງ​ເຂົ້າໃຈ​ເອົາ​ສິ່ງ​ທີ່​ມີ​ຂຽນ​ໄວ້​ນີ້; ຂໍ​ໃຫ້​ພວກເຂົາ​ຈຳ​ໃສ່ໃຈ​ໄວ້. ທາງ​ຂອງ​ພຣະເຈົ້າຢາເວ​ຖືກຕ້ອງ ແລະ​ບັນດາ​ຜູ້​ຊອບທຳ​ຍ່ອມ​ດຳເນີນ​ຕາມ​ທາງນີ້, ແຕ່​ບັນດາ​ຄົນບາບ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ​ເພາະ​ລະເລີຍ​ທາງນີ້.


ຝ່າຍ​ບຸດ​ມະນຸດ​ໄດ້​ມາ ທັງ​ກິນ​ແລະ​ດື່ມ ແລະ​ເຂົາ​ກໍ​ເວົ້າ​ວ່າ, ‘ເບິ່ງ​ຄົນ​ນີ້​ແມ ລາວ​ເປັນ​ຄົນ​ກິນ​ເກີນສ່ວນ ແລະ​ມັກ​ເມົາ ທັງ​ເປັນ​ເພື່ອນ​ກັບ​ຄົນເກັບພາສີ​ແລະ​ຄົນ​ບາບ​ທັງຫລາຍ,’ ແຕ່​ສະຕິປັນຍາ​ຂອງ​ພຣະເຈົ້າ​ກໍ​ຖືກ​ເປີດເຜີຍ​ເປັນ​ຈິງ​ໂດຍ​ຜົນ​ຂອງ​ພຣະ​ປັນຍາ​ນັ້ນ.”


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ.


ຜູ້ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຖ້າ​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້ໃດ ຜູ້ນັ້ນ​ຈະ​ແຫລກ​ໝຸ່ນ​ໄປ.”]


ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້າພະເຈົ້າ​ຈື່​ໄດ້​ວ່າ ເມື່ອ​ຄົນ​ຫລອກລວງ​ຜູ້​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ໄດ້​ເວົ້າ​ວ່າ, ‘ຫລັງຈາກ​ສາມ​ວັນ​ແລ້ວ ເຮົາ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.’


ເພາະ​ຄວາມ​ຄິດ​ໃນ​ໃຈ​ຂອງ​ຄົນ​ທັງຫລາຍ ຈະ​ໄດ້​ປາກົດ​ແຈ້ງ ສ່ວນ​ເຈົ້າ​ຈະ​ເຈັບປວດ​ເໝືອນ​ດັ່ງ​ຖືກ​ດາບ​ແທງ​ຊອດ​ຈິດໃຈ.”


ດ້ວຍວ່າ, ທຸກຄົນ​ທີ່​ເຮັດ​ຊົ່ວ ກໍ​ກຽດຊັງ​ຄວາມ​ສະຫວ່າງ ແລະ​ຈະ​ບໍ່​ມາ​ຫາ​ຄວາມ​ສະຫວ່າງ ເພາະ​ຢ້ານ​ວ່າ ການ​ກະທຳ​ຂອງຕົນ​ນັ້ນ​ຈະ​ຖືກ​ເປີດເຜີຍ.


ຍ້ອນ​ຖ້ອຍຄຳ​ນັ້ນ ຈຶ່ງ​ເຮັດ​ໃຫ້​ພວກ​ຢິວ​ຊອກ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະອົງ​ເສຍ ບໍ່ແມ່ນແຕ່​ພຣະອົງ​ລະເມີດ​ກົດ​ຂອງ​ວັນ​ຊະບາໂຕ​ເທົ່ານັ້ນ ແຕ່​ຍັງ​ໄດ້​ເອີ້ນ​ພຣະເຈົ້າ​ວ່າ ເປັນ​ພຣະບິດາເຈົ້າ​ຂອງຕົນ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ພຣະອົງ​ເອງ​ສະເໝີ​ກັນ​ກັບ​ພຣະເຈົ້າ.


ເມື່ອ​ພວກ​ຢິວ​ເຫັນ​ປະຊາຊົນ​ຫລວງຫລາຍ​ເຊັ່ນນີ້ ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຕ້ຖຽງ​ຄຳ​ເວົ້າ​ຂອງ​ໂປໂລ ແລະ​ໝິ່ນປະໝາດ​ເພິ່ນ.


ແຕ່​ເມື່ອ​ບໍ່​ພົບ ພວກເຂົາ​ຈຶ່ງ​ລາກ​ຢາຊົນ​ກັບ​ຜູ້​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ຜູ້ປົກຄອງ ແລະ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ພວກ​ຂວໍ້າໂລກ​ມະນຸດ ໄດ້​ມາ​ທີ່​ນີ້​ແລ້ວ


ພວກ​ຂ້າພະເຈົ້າ​ເຫັນ​ວ່າ ຊາຍ​ຄົນ​ນີ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ຮ້າຍແຮງ​ຕໍ່​ບ້ານ​ເມືອງ, ລາວ​ຍຸແຍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ໃນ​ທ່າມກາງ​ພວກ​ຢິວ​ທົ່ວ​ໂລກນີ້ ແລະ​ລາວ​ກໍ​ເປັນ​ຜູ້ນຳ​ຂອງ​ລັດທິ​ນາຊາເຣັດ.


ແຕ່​ພວກເຮົາ​ຕ້ອງການ​ຢາກ​ໄດ້ຍິນ​ຄວາມ​ຄິດເຫັນ​ຂອງທ່ານ ເພາະ​ພວກເຮົາ​ຮູ້​ວ່າ ຝ່າຍ​ນິກາຍ​ນີ້​ຖືກ​ຂັດຂວາງ​ຢູ່​ທຸກທີ່​ທຸກບ່ອນ.”


ບັນດາ​ກະສັດ​ແຫ່ງ​ໂລກນີ້ ກໍ​ຕຽມພ້ອມ​ກັບ​ພວກ​ຜູ້​ປົກຄອງ ເພື່ອ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ ແລະ ຕໍ່ສູ້​ພຣະຄຣິດ​ຂອງ​ພຣະອົງ.’


ດັ່ງນັ້ນ ພຣະທຳ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.


ເປັນ​ເພາະ​ເຫດ​ໃດ? ເພາະ​ຍ້ອນ​ວ່າ ພວກເຂົາ​ບໍ່ໄດ້​ດິ້ນລົນ​ດ້ວຍ​ຄວາມເຊື່ອ, ແຕ່​ໄດ້​ຊອກຫາ​ດ້ວຍ​ການ​ປະຕິບັດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຕຳ​ສະດຸດ​ກ້ອນຫີນ ທີ່​ໃຫ້​ສະດຸດ​ນັ້ນ


ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,


ສ່ວນ​ເມຄີເຊເດັກ​ຜູ້​ນີ້ ຄື​ກະສັດ​ແຫ່ງ​ເມືອງ​ຊາເລັມ ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ ໄດ້​ພົບ​ອັບຣາຮາມ ຂະນະທີ່​ອັບຣາຮາມ​ກຳລັງ​ກັບ​ມາ​ຈາກ​ການ​ຮົບ​ກັບ​ກະສັດ​ທັງຫລາຍ​ດ້ວຍ​ໄຊຊະນະ ແລະ​ໄດ້​ຊົງ​ອວຍພອນ​ແກ່​ເພິ່ນ.


ສິ່ງ​ທີ່​ຖຽງ​ບໍ່ໄດ້ ກໍ​ຄື​ຜູ້ນ້ອຍ​ຮັບ​ພອນ​ຈາກ​ຜູ້ໃຫຍ່.


ຖ້າ​ເຈົ້າ​ທັງຫລາຍ​ຖືກ​ໝິ່ນປະໝາດ ເພາະ​ພຣະນາມ​ຂອງ​ພຣະຄຣິດ ພວກເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ພຣະວິນຍານ ຜູ້​ຊົງ​ສະຫງ່າຣາສີ ຄື​ພຣະວິນຍານ​ຂອງ​ພຣະເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ.


ແລ້ວ​ເອລີ​ກໍ​ອວຍພອນ​ເອນການາ​ກັບ​ເມຍ​ຂອງ​ລາວ ໂດຍ​ກ່າວ​ແກ່​ເອນການາ​ວ່າ, “ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ມີ​ລູກ​ຄົນອື່ນ​ກັບ​ເມຍ​ຜູ້​ນີ້ ເພື່ອ​ແທນ​ຜູ້​ທີ່​ເຈົ້າ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ​ເທີ້ນ.” ຫລັງຈາກ​ນັ້ນ ພວກເຂົາ​ກໍ​ພາກັນ​ກັບ​ເມືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka