ລູກາ 2:25 - ພຣະຄຳພີສັກສິ25 ຂະນະນັ້ນ ຢູ່ໃນນະຄອນເຢຣູຊາເລັມ ໄດ້ມີຊາຍຄົນໜື່ງຊື່ວ່າ ຊີເມໂອນ ເພິ່ນເປັນຄົນສິນທຳ ຢຳເກງພຣະເຈົ້າ ແລະໄດ້ຄອຍຖ້າຜູ້ທີ່ມາໂຜດຊ່ວຍຊາດອິດສະຣາເອນໃຫ້ພົ້ນ, ພຣະວິນຍານບໍຣິສຸດເຈົ້າຊົງສະຖິດຢູ່ກັບເພິ່ນ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່25 ບັດນີ້ ມີຊາຍຄົນໜຶ່ງໃນເຢຣູຊາເລັມຊື່ວ່າຊີເມໂອນ, ເພິ່ນເປັນຄົນຊອບທຳ ແລະ ຢຳເກງພຣະເຈົ້າ. ເພິ່ນກຳລັງຄອຍຖ້າເວລາທີ່ປະຊາຊົນອິດສະຣາເອນຈະໄດ້ຮັບການປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າກໍຢູ່ກັບເພິ່ນ. Uka jalj uñjjattʼäta |
ແລ້ວພຣະເຈົ້າຢາເວກໍໄດ້ລົງມາໃນກ້ອນເມກແລະກ່າວແກ່ໂມເຊ. ພຣະອົງໄດ້ເອົາພຣະວິນຍານທີ່ພຣະອົງໄດ້ປະທານໃຫ້ແກ່ໂມເຊນັ້ນ ມອບໃຫ້ແກ່ຜູ້ນຳເຈັດສິບຄົນດ້ວຍ. ເມື່ອພຣະວິນຍານໄດ້ລົງມາເທິງພວກເຂົານັ້ນ ຕ່າງກໍຮ້ອງສຽງດັງເໝືອນດັ່ງຜູ້ທຳນວາຍ ແຕ່ຫລັງຈາກນັ້ນພວກເຂົາບໍ່ໄດ້ເຮັດຢ່າງນັ້ນອີກ.