Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 2:21 - ພຣະຄຳພີສັກສິ

21 ອາທິດ​ໜຶ່ງ​ຕໍ່ມາ ເມື່ອ​ເຖິງ​ກຳນົດ​ຕ້ອງ​ຮັບ​ພິທີຕັດ ພວກເພິ່ນ​ຈຶ່ງ​ໃສ່​ຊື່​ກຸມມານ​ນັ້ນ​ວ່າ ເຢຊູ ຕາມ​ທີ່​ເທວະດາ​ໄດ້​ບອກ​ໄວ້ ກ່ອນ​ທີ່​ນາງ​ມາຣີ​ບໍ່​ທັນ​ໄດ້​ຕັ້ງ​ທ້ອງ​ເທື່ອນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ໃນ​ວັນ​ທີ​ແປດ ກໍ​ເຖິງ​ເວລາ​ທີ່​ເດັກນ້ອຍ​ຄົນ​ນັ້ນ​ຕ້ອງ​ຮັບ​ພິທີຕັດ, ເດັກນ້ອຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເຢຊູ ຕາມ​ຊື່​ທີ່​ເທວະດາ​ໄດ້​ບອກ​ໄວ້​ກ່ອນ​ທີ່​ນາງ​ມາຣີ​ຍັງ​ບໍ່​ທັນ​ໄດ້​ຖືພາ.

Uka jalj uñjjattʼäta Copia luraña




ລູກາ 2:21
9 Jak'a apnaqawi uñst'ayäwi  

ຜູ້ຊາຍ​ທຸກຄົນ​ເມື່ອ​ເຂົາ​ອາຍຸ​ໄດ້​ແປດ​ວັນ. ໃຫ້​ເຮັດ​ພິທີຕັດ ລວມ​ທັງ​ຄົນ​ຮັບໃຊ້​ຜູ້​ທີ່​ເກີດ​ໃນ​ຄອບຄົວ​ຂອງ​ເຈົ້າ ແລະ​ຜູ້​ທີ່​ຖືກ​ຊື້​ມາ​ຈາກ​ຊາວ​ຕ່າງດ້າວ. ການ​ກະທຳ​ເຊັ່ນນີ້ ຈະ​ສະແດງ​ເຖິງ​ພັນທະສັນຍາ​ລະຫວ່າງ​ເຈົ້າ​ກັບ​ເຮົາ.


ໃນ​ມື້​ທີ​ແປດ ເດັກນ້ອຍ​ຜູ້​ນີ້​ຈະ​ຕ້ອງ​ຮັບ​ພິທີຕັດ.


ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຢຊູ​ ເພາະ​ເພິ່ນ​ຈະ​ໂຜດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ ໃຫ້​ລອດ​ພົ້ນ​ຈາກ​ບາບກຳ​ຂອງ​ພວກເຂົາ.”


ແຕ່​ໂຢເຊັບ​ບໍ່​ໄດ້​ສົມສູ່​ກັບ​ນາງ ຈົນ​ກວ່າ​ນາງ​ໄດ້​ເກີດ​ລູກຊາຍ ແລ້ວ​ໂຢເຊັບ​ຈຶ່ງ​ໃສ່​ຊື່​ເດັກ​ທີ່​ເກີດ​ມາ​ນັ້ນ​ວ່າ, ເຢຊູ.


ແຕ່​ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ບັດນີ້ ຈົ່ງ​ຍອມ​ໃຫ້​ເປັນ​ໄປ​ຢ່າງ​ນີ້​ສາ ເພາະ​ສົມຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງ​ນີ້​ໃຫ້​ສຳເລັດ​ຕາມ​ຄວາມ​ຊອບທຳ​ທຸກຢ່າງ​ທີ່​ພຣະເຈົ້າ​ປະສົງ.” ດັ່ງນັ້ນ ໂຢຮັນ​ຈຶ່ງ​ຍອມ.


ເຈົ້າ​ຈະ​ຕັ້ງທ້ອງ ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ກຸມມານ​ນັ້ນ​ວ່າ ເຢຊູ.


ເມື່ອ​ເດັກນ້ອຍ​ຄົບ​ແປດ​ວັນ​ແລ້ວ ພວກເພິ່ນ​ກໍ​ເຮັດ​ພິທີຕັດ​ໃຫ້​ ແລະ​ຕັ້ງ​ຊື່​ໃຫ້​ວ່າ, ເຊກາຣີຢາ ຕາມ​ຊື່​ຂອງ​ພໍ່.


ແລະ​ເມື່ອ​ຊົງ​ປາກົດ​ພຣະອົງ ໃນ​ສະພາບ​ມະນຸດ​ແລ້ວ ພຣະອົງ​ກໍ​ຊົງ​ຖ່ອມ​ພຣະອົງ​ລົງ. ຍອມ​ເຊື່ອຟັງ​ຈົນເຖິງ​ຄວາມ​ມໍຣະນາ ຄື​ເຖິງ​ຄວາມ​ມໍຣະນາ​ທີ່​ໄມ້ກາງແຂນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka